ກ່ຽວກັບ ບົດລາຍງານຄວາມສະດວກໃນການດຳເນີນທຸລະກິດ

ບົດລາຍງານຄວາມສະດວກໃນການດຳເນີນທຸລະກິດຂອງກຸ່ມທະນາຄານໂລກ ໄດ້ນຳສະເໜີບັນດາມາດຖານກົດລະບຽບ ທີ່ຄຸ້ມຄອງພາກທຸລະກິດ ແລະ ມີຜົນບັງຄັບໃຊ້ໃນ 190 ປະເທດ ແລະ ຂົງເຂດເສດຖະກິດໃຫຍ່ໃນທົ່ວໂລກ.
ບົດລາຍງານນີ້ໄດ້ສະແດງໃຫ້ເຫັນສະພາບແວດລ້ອມຂອງການດຳເນີນທຸລະກິດດ້ານນິຕິກຳ ແລະ ຂັ້ນຕອນຕ່າງໆ ວ່າມີຄວາມຍາກງ່າຍແນວໃດ ດ້ວຍວິທີການເກັບກຳຂໍ້ມູນ ແລະ ການວິໄຈລົງເລິກ ເພື່ອປຽບທຽບສະພາບແວດລ້ອມຂອງການດຳເນີນທຸລະກິດໃນຫຼາຍປະເທດ.
ຕໍ່ບົດລາຍງານດັ່ງກ່າວນັ້ນ, ໄດ້ເຮັດໃຫ້ບັນດາປະເທດຕ່າງໆມີການແຂ່ງຂັນເພື່ອປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດໃຫ້ມີປະສິດທິພາບ. ຊຶ່ງ ສປປ ລາວ ກໍ່ໄດ້ອອກ ຄໍາສັ່ງ ເລກທີ 02/ນຍ, ລົງວັນທີ 1 ກຸມພາ 2018 ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດຢູ່ ສປປ ລາວ ເພື່ອສຸມໃສ່ປັບປຸງບັນຍາກາດໃນການດໍາເນີນທຸລະກິດຢູ່ພາຍໃນປະເທດໃຫ້ດີຂຶ້ນ ແນ່ໃສ່ຍາດແຍ່ງ ແລະ ດຶງດູດເອົາການລົງທຶນທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມສາມາດໃນການແຂ່ງຂັນຂອງທຸລະກິດພາຍໃນໃຫ້ສູງຂຶ້ນ.

ບົດລາຍງານການດຳເນີນທຸລະກິດປະເມີນຫຍັງ?

ເພື່ອເຮັດໃຫ້ຂໍ້ມູນສາມາດປຽບທຽບກັນໄດ້, ການປະເມີນໄດ້ກໍານົດກໍລະນີສຶກສາ ແລະ ມາດຖານສະເພາະ.
ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດ ບັນດາລະບຽບການທີ່ກ່ຽວຂ້ອງ ກັບວົງຈອນຊີວິດຂອງ ການດໍາເນີນທຸລະກິດຂະໜາດນ້ອຍ ຫາ ຂະໜາດກາງ.
ຢູ່ຕົວເມືອງທີ່ມີເສດຖະກິດໃຫຍ່ສຸດໃນປະເທດ ແລະ ເມືອງທີ່ມີເສດຖະກິດໃຫຍ່ອັນດັບສອງ ສໍາລັບປະເທດທີ່ມີປະຊາກອນຫລາຍກວ່າ 100 ລ້ານຄົນ ໃນປີ 2013.

11 ຕົວຊີ້ວັດ ດ້ານລະບຽບການຂອງການດຳເນີນທຸລະກິດ

null

ການເລີ່ມຕົ້ນທຸລະກິດ

null

ການຂໍອະນຸຍາດປຸກສ້າງ

null

ການຕິດຕັ້ງໄຟຟ້າ

null

ການຈົດທະບຽນຊັບສິນ

null

ການເຂົ້າເຖິງສິນເຊື່ອ

null

ການປົກປ້ອງຜູ້ລົງທຶນລາຍຍ່ອຍ

null

ການຊຳລະອາກອນ

null

ການຄ້າລະຫວ່າງປະເທດ

null

ການບັງຄັບໃຊ້ສັນຍາ

null

ການແກ້ໄຂການລົ້ມລະລາຍ

null

ລະບຽບການທາງດ້ານຕະຫຼາດແຮງງານ

ຂ່າວສານ

ຮ່ວມມືກັບ

ສະໜັບສະໜູນໂດຍ