“…ລັດຖະບານໄດ້ເອົາໃຈໃສ່ຢ່າງຕັ້ງໜ້າເພື່ອປັບປຸງບັນຍາກາດໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມ ສະດວກຂື້ນ ໂດຍຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍໃນການອອກອະນຸຍາດ ຕ່າງໆຂອງຂະແໜງການກ່ຽວ ຂ້ອງໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີຜົນສັກສິດ. ແນໃສ່ດຶງດູດເອົາ ການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ມີຄຸນນະພາບ, ຊຸກຍູ້ສົ່ງເສີມ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນຂອງທຸລະກິດ ໃຫ້ສູງຂື້ນ ເພື່ອໃຫ້ກາຍເປັນກໍາລັງທີ່ສໍາຄັນ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະ ໄລຍະໃຫ້ບັນລຸຄາດໝາຍທີ່ວາງໄວ້, ສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຕີບໂຕຢ່າງ ໜັກແໜ້ນ, ໝັ້ນທ່ຽງ, ຕາມທິດຍືນຍົງ ແລະ ສີຂຽວ ທີ່ລະບຸໄວ້ໃນມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ…”
ນາຍົກລັດຖະມົນຕີແຫ່ງ ສປປ ລາວ
ທອງລຸນ ສີສຸລິດ