Close

ການຈັດຕັ້ງປະຕິບັດການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ຕາມຄໍາສັງເລກທີ 02/ນຍ

ວັນທີ 12 ພະຈິກ 2020, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ທີ່ຕິດພັນກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການ ດຳເນີນທຸລະກິດ ຢູ່ ສປປ ລາວ ຢູ່ເມືອງປາກເຊ ແຂວງຈໍາປາສັກ.

ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ພອນໄຊ ວິໄລສັກ, ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ ​ກ່າວເປີດກອງ​ປະ​ຊຸມ​. ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ແມ່ນເຜີຍແຜ່ຄວາມຄືບໜ້າໃຫ້ແກ່ພາກທຸລະກິດ ແລະ ຂະແໜງທີ່ກ່ຽວຂ້ອງຂັ້ນແຂວງ ກ່ຽວກັບການປັບປຸງນິຕິກໍາ, ລະບຽບການທີ່ໄດ້ປັບປຸງແລ້ວໃນໄລຍະ 1 ປີຜ່ານມາ ແລະ ແຜນດໍາເນີນງານ 2020-2022 ທີ່ບັນດາເຈົ້າກະຊວງໄດ້ຮັບຮອງແລ້ວ.

ໃນໄລຍະທີ່ຜ່ານມາ ກ່ອນຄໍາສັງເລກທີ 02/ນຍ, ລົງວັນທີ 01 ກຸ່ມພາ 2018 ເຫັນວ່າເງື່ອນໄຂໃນການດໍາເນີນທຸລະກິດໃນ ສປປ ລາວ ແມ່ນມີຍັງມີຄວາມຫຍຸ້ງຍາກ ເຮັດໃຫ້ພາກທຸລະກິດມີຕົ້ນທຶນສູງ ເມື່ອສົມທຽບກັບບັນດາປະເທດສະມາຊິກອາຊຽນ, ສປປ ລາວ ຖືກຈັດອັນດັບຢູ່ໃນແຖວສຸດທ້າຍ ຕາມບົດລາຍງານການປະເມີນສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ຢູ່ ສປປ ລາວ.

ພາຍຫຼັງມີຄຳສັ່ງເລກທີ 02/ນຍ ແລະ ແຈ້ງການເລກທີ 404/ຫສນຍ, ລົງວັນທີ 11 ມີນາ 2019, ການປັບປຸງທາງດ້ານລະບຽບການ ແລະ ກົນໄກການປະສານງານຢູ່ຂັ້ນສູນກາງ ຂອງ 10 ຕົວຊີ້ວັດ ແມ່ນມີຄວາມຄືບໜ້າຫຼາຍສົມຄວນ ຊຶ່ງມີຜົນເຮັດໃຫ້ການຈັດຊັ້ນອັນດັບສະພາບຄວາມຫຍຸ້ງຍາກງ່າຍຂອງການດຳເນີນທຸລະກິດຢູ່ ສປປ ລາວ ດີຂື້ນ ຢູ່ໃນອັນດັບ 154/190 ໂດຍອີງຕາມການປະເມີຍຜົນ ຂອງກຸ່ມທະນາຄານໂລກ ສຳລັບປີ 2020. ໃນນັ້ນ, ຕົວຊີ້ວັດທີ່ມີຄວາມຄືບໜ້າຫຼາຍກວ່າໝູ່ ແມ່ນຕົວຊີ້ວັດທີ 1) ການເລີ່ມຕົ້ນທຸລະກິດ ໂດຍໄດ້ສໍາເລັດການຫຼຸດເວລາຈາກ 173 ວັນມາເປັນ 17 ວັນ ແລະ ຫຼຸດຂັ້ນຕອນຈາກ 9 ຂັ້ນຕອນ ຍັງເຫຼືອ 3 ຂັ້ນຕອນ. ຄວາມຄືບໜ້າອື່ນໆ ຂອງຕົວຊີ້ວັດ; 2) ການຂໍອະນຸຍາດປຸກສ້າງ ກໍ່ໄດ້ຫລຸດໄລຍະເວລາ, ຂັ້ນຕອນ ແລະ ປັບປຸງການເຂົ້າເຖິງແຫຼ່ງຂໍ້ມູນ ຊຶ່ງສາມາດດາວໂຫຼດແບບຟອມຈາກເວັບໄຊ; ຕົວຊີ້ວັດທີ 3) ການຂໍຕິດຕັ້ງໄຟຟ້າ ບໍ່ຈໍາເປັນຕ້ອງໄດ້ເຊັນຮັບອະນຸຍາດຈາກຂ້ັນບ້ານ; ຕົວຊີ້ວັດທີ 4) ການຂຶ້ນນທະບຽນຊັບສິນ ກໍ່ມີການຫັນປ່ຽນເທື່ອລະກ້າວເຂົ້າສູ່ການເປັນລະບົບຖານ ຂໍ້ມູນດິຈິຕັອນ; ຕົວຊີ້ວັດທີ 6) ການປົກປ້ອງຜູ້ລົງທຶນລາຍຍ່ອຍ ກໍ່ໄດ້ຮັບການຢັ້ງຢືນລະບຽບການແລ້ວ; ຕົວຊີ້ວັດທີ 7) ການຊໍາລະອາກອນ ສໍາເລັດການປັບປຸງກົດ  ໝາຍວ່າດ້ວຍອາກອນ ທີ່ສໍາຄັນ 3 ສະບັບ ແລະ ໄດ້ຖືກປະກາດໃຊ້ໃນຕົ້ນປີ 2020; ຕົວຊີ້ວັດທີ 8) ໄດ້ຕັດຂັ້ນຕອນການອອກໃບຢັ້ງຢືນນໍາເຂົ້າຊີ້ນສ່ວນພາຫະນະເພື່ອຜະລິດ ແລະ ປະກອບຢູ່ໂຮງງານ ແລະ ຕັດຂັ້ນຕອນການອອກໃບອະນຸຍາດສົ່ງອອກ ແລະ ນໍາເຂົ້າແຮ່ທາດ, ສໍາເລັດສ້າງຕັ້ງໜ່ວຍງານສໍາຫຼວດດໍາເນີນການສຶກສາເວລາກວດປ່ອຍສິນຄ້າຢູ່ບັນດາດ້ານພາສີຊາຍແດນ ປີ 2020 (Time Release Study “TRS”).

ໃນຕອນທ້າຍ ຂອງການປິດກອງປະຊຸມ, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງ ເຖິງພາກທຸລະກິດ ແລະ ຂະແໜງການທີ່ກ່ຽວຂ້ອງນັບຈາກຂັ້ນສູນກາງ ເຖິງຂັ້ນທ້ອງຖິ່ນ ເອົາໃຈໃສ່ປັບປຸງບັນຍາກາດໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໃຫ້ມີຄວາມສະດວກຂຶ້ນ ໂດຍຫຼຸດຜ່ອນຂັ້ນຕອນ, ເວລາ ແລະ ຄ່າໃຊ້ຈ່າຍໃນການອອກອະນຸຍາດຕ່າງໆ ເພື່ອແນ່ໃສ່ດຶງດູດເອົາການລົງທຶນ ຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດທີ່ມີຄຸນນະພາບ ແລະ ສ້າງຂີດຄວາມອາດສາມາດໃນການແຂ່ງຂັນ ຂອງທຸລະກິດໃຫ້ສູງຂຶ້ນ ເພື່ອສ້າງພື້ນຖານເສດຖະກິດແຫ່ງຊາດໃຫ້ເຕີບໂຕຕາມທິດຍືນຍົງ ແລະ ສີຂຽວ ທີ່ລະບຸໄວ້ໃນມະຕິ ຂອງກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ. ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ແຜນດໍາເນີນງານ 2020-2022 ໃຫ້ໄດ້ຮັບຜົນດີ ແລະ ສົມບູນຍິ່ງຂຶ້ນ ທາງດ້ານການປັບປຸງລະບຽບການ ແລະ ກົນໄກການປະສານງານ ເພື່ອອໍານວຍຄວາມສະດວກການເຮັດທຸລະກິດຢູ່ ສປປ ລາວ.

ໃນນາມທີ່ເປັນຈຸດໃຈກາງປະສານງານ ຕາມຄໍາສັ່ງເລກທີ 02/ນຍ, ມີເປົ້າ​ໝາຍ​ຫຼັກ​​ເພື່ອ​ຫຼຸດຜ່ອນ ແລະ ລົບ​ລ້າງ​ອຸ​ປະ​ສັກ ທີ່​ມີ​ຕໍ່​ການ​ເຕີບ​ໃຫຍ່ຂະຫຍາຍ​ຕົວ​ຂອງ​ທຸ​ລະກິດ​ພາກ​ເອ​ກະ​ຊົນ ​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ ​ດ້ານ​ລະ​ບຽບ​ກົດ​ໝາຍ, ຫຼຸດ​ຜ່​ອນ​ຕົ້ນ​ທຶນ​ໃນ​ການ​ຄ້າ​ຂາຍ ​ແລະ ຍົກ​ລະ​ດັບ​ຄວາມ​ສາ​ມາດ​ການ​ແຂ່ງ​ຂັນ ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ, ການຈັດຕ້ັງປະຕິບັດແຜນວຽກດັ່ງກ່າວ ແມ່ນໄດ້ຮັບການ​ສ​ະ​ໜັບ​ສະ​ໜູນດ້ານວິຊາການ ແລະ ງົບປະມານ ຈາກ​ຄູ່​ຮ່ວມ​ພັດ​ທະ​ນາ ແລະ ຜູ້ໃຫ້ທຶນສະໜັບສະໜູນໂຄງການສົ່ງເສີມຄວາມສາມາດໃນການ ແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).