ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການຂໍຊົມໃຊ້ໄຟຟ້າ

ລ/ດ

ຄຳຖາມ

ຄຳຕອບ

1 ຈະຊອກຮູ້ ຫລື ດາວໂຫລດ ເອກະສານກ່ຽວກັບການຂໍຊົມໃຊ້ໄຟຟ້າໄດ້ຈາກໃສ? ຈາກເວບໄຊ www.edl.com.la/download_vt.php ຫລື ສາຂາໄຟຟ້າເມືອງ ຫລື ສູນບໍລິການເກັບເງິນໃກ້ບ້ານທ່ານ.
2 ເອກະສານຂໍຊົມໃຊ້ໄຟຟ້າມີຫຍັງແດ່? * ກໍລະນີລູກຄ້າຂໍຕິດຕັ້ງແຕ່ໝໍ້ນັບໄຟ ບໍ່ມີການກໍ່ສ້າງຕາຂ່າຍ
1. ໃບຄຳຮ້ອງຂໍຊົມໃຊ້ໄຟຟ້າ.
2. ສຳເນົາສຳມະໂນຄົວ ຫຼື ບັດປະຈຳຕົວ.
3. ສຳເນົາໃບບິນໄຟຟ້າ (ໃບແຈ້ງຄ່າໄຟຟ້າ).
4. ແຕ້ມແຜນຜັງສະຖານທີ່ຂໍຊົມໃຊ້ໄຟຟ້າ (ຮູບແຕ້ມ ຫຼື ຮູບພາບຖ່າຍຂອງ Google Earth).
* ກໍລະນີລູກຄ້າ ຂໍຕິດຕັ້ງໝໍ້ນັບໄຟ ທີມີການຕິດຕັ້ງໝໍ້ແປງ
1. ໃບຄຳຮ້ອງຂໍຊົມໃຊ້ໄຟຟ້າ (ຟອມ ຟຟລ).
2 ໃບມອບວຽກ (ລະຫວ່າງເຈົ້າຂອງກິດຈະການ ແລະ ຜູ້ປະກອບການດ້ານໄຟຟ້າ)
3 ແຜນທີ່ສະຖານທີ່ກໍ່ສ້າງ ແລະ ຕິດຕັ້ງໝໍ້ແປງ(ຮູບແຕ້ມ ຫຼື Google Earth).
4 ແຜນການປະຕິບັດວຽກ.
5 ໃບຄາດຄະເນອຸປະກອນ (ພ້ອມລະບຸ Specification ຂອງ ອຸປະກອນ).
6 ໃບສັງລວມໂຫລດ (ພ້ອມ Load Profile ຖ້າມີ).
7 ໃບທົດສອບອຸປະກອນວັດແທກ CT, PT, Tr ຈາກໂຮງງານ(ໃບທົດສອບ CT, PT ຈາກ ຟຟລ).
8 ຮູບແບບປະກອບຫົວເສົາປະພດຕ່າງໆ, ຮູບແບບຕິດຕັ້ງໝໍ້ແປງ, ຮູບແບບລະບົບດິນ ແລະ ວົງຈອນດ່ຽວ.
9 ສັນຍາຊື້-ຂາຍໄຟຟ້າ (ຟອມ ຟຟລ).
10 ບົດບັນທຶກການກວດກາ (ຟອມ ຟຟລ).
11 ສຳເນົາໃບອະນຸຍາດດຳເນີນກິດຈະການ, ທະບຽນວິສາຫະກິດ ແລະ ໃບທະບຽນອາກອນ (ຜູ້ຂໍຊົມໃຊ້ໄຟຟ້າທີ່ ເປີດກິດຈະການ) / ສຳເນົາປື້ມສຳມະໂນຄົວ ຫຼື ບັດ ປະຈຳຕົວ.
* ກໍລະນີລູກຄ້າຂໍຕິດຕັ້ງໝໍ້ນັບໄຟ ທີມີການກໍ່ສ້າງຕາຂ່າຍແຮງກາງ 22kV ລວງຍາວບໍ່ເກີນ 2km, ຕິດຕັ້ງໝໍ້ແປງ ແລະ ກໍ່ສ້າງຕາຂ່າຍແຮງຕ່ຳ 0.4kV ລວງຍາວ ບໍ່ເກີນ 500m
– ປະກອບເອກະສານຄືກັນກັບກໍລະນີຕິດຕັ້ງໝໍ້ແປ
  
3 ຍື່ນເອກະສານດັ່ງກ່າວຢູ່ໃສ? ໜ່ວຍບໍລິການປະຕູດຽວ ຂອງສາຂາໄຟຟ້າເມືອງ ຫລື ສູນບໍລິການເກັບເງິນ.  
4 ການຕິດຕັ້ງໝໍ້ນັບໄຟໃຊ້ເວລາເທົ່າໃດ? ບໍ່ເກີນ 7, 14 ແລະ 32 ວັນ ລັດຖະການຕາມລຳດັບ ນັບຈາກມື້ຍື່ນ.