ຄຳສັ່ງນາຍົກລັດຖະມົນຕີ ເລກທີ: 02/ນຍ


ກະຊວງ ແຜນການ ແລະ ການລົງທຶນ

  • ຈັດຕັ້ງປະຕິບັດກົນໄກການບໍລິການລົງທຶນຜ່ານປະຕູດຽວ ໃຫ້ເປັນຮູບປະທຳໂດຍໄວ, ໂດຍປັບປຸງແກ້ໄຂ ຂອດການປະສານສົມທົບກັບຂະແໜງການກ່ຽວຂ້ອງ ໃນການຄົ້ນຄວ້າພິຈາລະນາອະນຸມັດເອກະສານການຂໍອະນຸຍາດລົງທຶນ ແລະ ການບໍລິການພາຍຫຼັງອອກໃບອະນຸຍາດລົງທຶນໃຫ້ລວມສູນ, ເປັນເອກະພາບ, ຫຼຸດຜ່ອນຂັ້ນຂອດ ແລະ ເວລາຂໍອະນຸຍາດລົງທຶນ ໃຫ້ສັ້ນເຂົ້າ ແຕ່ໃຫ້ໂປ່ງໃສ ແລະ ຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ໃຫ້ຫ້ອງການບໍລິການລົງທຶນປະຕິດຽວ, ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ສ້າງກົນໄກແຈ້ງໃຫ້ຜູ້ລົງທຶນຊາບຄວາມຄືບໜ້າ ຂອງການຄົ້ນຄົ້ວພິຈາລະນາການສະເໜີຂອງຜູ້ລົງທຶນ.
  • ເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂບັນດາຂອດຂັ້ນ ແລະ ຄວາມຫຍຸ້ງຍາກ ຕາມ 10 ຕົວຊີ້ວັດທີ່ທະນາຄານໂລກ ໄດ້ຍົກໃຫ້ເຫັນໃນບົດລາຍງານຂໍທິດຊີ້ນຳ ກ່ຽວກັບການປັບປຸງບັນຍາກາດໃນການດຳເນີນທຸລະກິດ ຂອງ ສປປ ລາວ ສະບັບເລກທີ່ 1825/ຜທ.ລທ2, ລົງວັນທີ 8 ກັນຍາ 2017, ແລ້ວລາຍງານຄວາມຄືບໜ້າໃນການປັງປຸງແກ້ໄຂຕໍ່ກອງປະຊຸມຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ລັດຖະບານທຸກໆໄຕມາດ ແນ່ໃສ່ເຮັດໃຫ້ ອັນດັບຄວາມສະດວກໃນການດຳເນີນທຸລະກິດ ຂອງ ສປປ ລາວ ດີຂຶ້ນກວ່າເກົ່າໃນປີ 2019.
  • ປັບປຸບກົນໄກການເຜີຍແຜ່ກົດໝາຍ ແລະ ບັນດານະໂຍບາຍ ກໍຄືລະບຽບການ ທີ່ກ່ຽວຂ້ອງກັບວຽກງານການສົ່ງເສີມການລົງທຶນ.


ກະຊວງ ອຸດສາຫະກຳ ແລະ ການຄ້າ

  • ເປັນເຈົ້າການປະສານກັບຂະແໜງ ການເງິນ, ຂະແໜງ ປ້ອງກັນຄວາມສະຫງົບ, ຂະແໜງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຂະແໜງການທີ່ກ່ຽວຂ້ອງ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນ ກັບຕົວຊີ້ວັດທີ 1: ຕົວຊີ້ວັດ ການເລີ່ມຕົ້ນທຸລະກິດ
  • ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ທີ່ພົວພັນເຖິງໜ້າວຽກໃນຕົວຊີ້ວັດ ທີ 8: ຕົວຊີ້ວັດ ການຄ້າຂ້າມແດນ
  • ປັບປຸງບັນດານິຕິກຳ ແລະ ຂັ້ນຕອນ ກ່ຽວກັບການຂໍອະນຸຍາດນຳເຂົ້າສິນຄ້າຂ້າມແດນ ໃຫ້ມີຄວາມສະດວກວ່ອງໄວ ເຮັດໃຫ້ຂະບວນການອະນຸຍາດນຳເຂົ້າ ແລະ ສົ່ງອອກສັ້ນເຂົ້າ
  • ໂດຍແນ່ໃສ່ເຮັດໃຫ້ໄລຍະເວລາ ໃນຂະບວນການນຳເຂົ້າ ແລະ ສົ່ງອອກ ຫຼຸດລົງໃຫ້ໄດ້ຢ່າງໜ້ອຍ 50% ໃນປີ 2019

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການເລີ່ມຕົ້ນທຸລະກິດ:

ກົມ ທະບຽນ ແລະ ຄຸ້ມຄອງວິສາຫະກິດ,
ກະຊວງ ອຸດສາຫະກໍາ ແລະ ການຄ້າ
ພະແນກ ອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ

# ໜ່ວຍງານ ທີ່ກ່ຽວຂ້ອງສຳລັບ ການເລີ່ມຕົ້ນທຸລະກິດ:

ອົງການ ຈັດຕັ້ງບ້ານ
ກົມ ສ່ວຍສາອາກອນ, ກົມ ຊັບສິນແຫ່ງລັດ,
ກະຊວງ ການເງິນ

ກົມ ຄຸ້ມຄອງ ສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509), ກົມ 203 (ກວດປະຫວັດນັກລົງທຶນ), ກະຊວງ ປ້ອງກັນຄວາມສະຫງົບ
ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ທ້ອງຖິ່ນ:
ພະແນກ ການເງິນ
ພະແນກ ປ້ອງກັນຄວາມສະຫງົບ
ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ
(ພະແນກ ກ່ຽວຂ້ອງທີ່ອອກໃບອະນຸຍາດໃນການດໍາ ເນີນທຸລະກິດ)

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການຄ້າລະຫວ່າງປະເທດ:

ກົມ ການນໍາເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ
(ຄະນະກຳມະການ ຊີ້ນຳລວມອໍານວຍຄວາມສະດວກ ທາງດ້ານການຄ້າ, ຂໍ້ຕົກລົງ ເລກທີ 48/ນຍ ລົງວັນທີ 26/07/2018)

# ໜ່ວຍງານ ທີ່ກ່ຽວຂ້ອງສຳລັບ ການຄ້າລະຫວ່າງປະເທດ:

ສູນກາງ:
ອົງການ ຈັດຕັ້ງບ້ານ
ກົມ ສ່ວຍສາອາກອນ, ກົມ ຊັບສິນແຫ່ງລັດ, ກະຊວງ ການເງິນ
ກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509), ກົມ 203 (ກວດປະຫວັດນັກລົງທຶນ), ກະຊວງ ປ້ອງກັນຄວາມສະຫງົບ
ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ທ້ອງຖິ່ນ:
ພະແນກ ການເງິນ
ພະແນກ ປ້ອງກັນຄວາມສະຫງົບ
ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ
(ພະແນກກ່ຽວຂ້ອງທີ່ອອກໃບອະນຸຍາດໃນການດໍາເນີນຸລະກິດ)

ອົງການ ຈັດຕັ້ງບ້ານ
ຂະແໜງ ເຄຫາ ແລະ ຜັງເມືອງ (ຜູ້ຈັດຕັ້ງປະຕິບັດ), ພະແນກ ໂຍທາທິການ ແລະ ຂົນສົ່ງນະຄອນຫຼວງ (ຜູ້ຊີ້ນໍາ)
ຫ້ອງການ ໂຍທາທິການ ແລະ ຂົນສົ່ງ (ເຈົ້າເມືອງເປັນຜູ້ອະນຸມັດ)
ລັດວິສາຫະກິດ ນໍ້າປະປາລາວ

ພະແນກ ຍທຂ ນະຄອນຫຼວງ
ລັດວິສາຫະກິດ ໄຟຟ້າລາວ (ສາຂານະຄອນຫຼວງ)
ອົງການ ຈັດຕັ້ງບ້ານ
ຫ້ອງການ ທະບຽນສານ
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ”
“ກະຊວງ ຍຸຕິທໍາ (ປະມວນກົດໝາຍແພ່ງ, ກົດໝາຍວ່າດ້ວຍການຄໍ້າປະ ກັນການປະຕິບັດສັນຍາ, ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາ ຫະກິດ)
ຫ້ອງການ ຈົດທະບຽນການຄໍ້າປະກັນດ້ວຍສັງຫາລິມະຊັບ, ກະຊວງການເງິນ)
ລັດວິສາຫະກິດ ໄຟຟ້າລາວ
ລັດວິສາຫະກິດ ນໍ້າປະປາລາວ
ລັດວິສາຫະກິດ ໂທລະຄົມ (ສະໜອງຂໍ້ມູນສິນເຊື່ອໃຫ້ສູນຂໍ້ມູນຂ່າວສານ ສິນເຊື່ອ)
ກະຊວງ ອຸດສາຫະກໍາ ແລະ ການຄ້າ (ກົດໝາຍວ່າດ້ວຍວິສາຫະກິດ)
ສານປະຊາຊົນສູງສຸດ (ກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍຄ່າທໍານຽມສານ)

ກົມ ສົ່ງເສີມການລົງທຶນ, ກະຊວງ ແຜນການ ແລະ ການລົງທຶນ;
ກົມ ພາສີ, ກະຊວງ ການເງິນ;
ກົມ ຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ;
ກົມ ປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້;
ກົມ ລ້ຽງສັດ ແລະ ການປະມົງ, ກະຊວງ ກະສິກໍາ ແລະ ປ່າໄມ້;
ກົມ ອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ;
ກົມ ມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ;
ກົມ ນະໂຍບາຍການຄ້າຕ່າງປະເທດ, ກະຊວງ ອຸດສາຫະກຳ ແລະ ການຄ້າ;
ກົມ ທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງ ອຸດສາຫະກຳ ແລະ ການຄ້າ;
ກົມ ຄຸ້ມຄອງບໍ່ແຮ່, ກະຊວງ ພະລັງງານ ແລະ ບໍ່ແຮ່;
ກົມ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ;
ກົມ ອຸດສາຫະກຳ ແລະ ຫັດຖະກຳ, ກະຊວງ ອຸດສາຫະກຳ ແລະ ການຄ້າ;
ກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ;
ກົມ ເສດຖະກິດ, ກະຊວງ ການຕ່າງປະເທດ;
ກົມ ສົນທິສັນຍາ ແລະ ກົດໝາຍ, ກະຊວງ ການຕ່າງປະເທດ;
ກົມ ຄົ້ນຄວ້າ-ສັງລວມ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ


ກະຊວງ ໂຍທາທິການ ແລະ ຂົນສົ່ງ

ເປັນເຈົ້າການເລັ່ງປັງປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 2: ຕົວຊີ້ວັດ ການຂໍອະນຸຍາດປຸກສ້າງ

  • ກວດກາບັນດາເອກະສານ ແລະ ເນື້ອໃນແບບຟອມການຂໍອະນຸຍາດປຸກສ້າງຄືນໃໝ່, ເອກະສານໃດ ຫຼື ເນື້ອໃນໃດທີ່ບໍ່ຈຳເປັນ ແມ່ນໃຫ້ຕັດອອກ
  • ເອົາແບບຟອມການຂໍໃບອະນຸຍາດປຸກສ້າງ, ລວມທັງລະບຽບການຕ່າງໆທີ່ກ່ຽວຂ້ອງ ເຂົ້າໃນເວັບໄຊ ຂອງຂະ ແໜງໂຍທາທິການ ແລະ ຂົນສົ່ງ ໃນຕົ້ນປີ 2018
  • ຫຼຸດຜ່ອນ ຫຼື ຕັດຂັ້ນຕອນ ແລະ ເວລາ ໃນການຂໍອະນຸຍາດປຸກສ້າງທີ່ບໍ່ຈຳເປັນອອກ

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການຂໍອະນຸຍາດປຸກສ້າງ:

ກົມ ເຄຫາ ແລະ ຜັງເມືຶອງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ
ກົມ ນໍ້າປະປາ, ກະຊວງ ຍທຂ

# ໜ່ວຍງານ ທີ່ກ່ຽວຂ້ອງສຳລັບ ການຂໍອະນຸຍາດປຸກສ້າງ:

ອົງການ ຈັດຕັ້ງບ້ານ
ກົມ ເຄຫາ ແລະ ຜັງເມືຶອງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ
ກົມ ນໍ້າປະປາ, ກະຊວງ ຍທຂ


ກະຊວງ ພະລັງງານ ແລະ ບໍ່ແຮ່

ເປັນເຈົ້າການຊີ້ນຳລັດວິສາຫະກິດໄຟຟ້າລາວ ເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດທີ 3: ຕົວຊີ້ວັດ ການຕິດຕັ້ງໄຟຟ້າ.

  • ຫຼຸດຂັ້ນຕອນ ແລະ ໄລຍະເວລາ ການຕິດຕັ້ງໄຟຟ້າລົງຕື່ມ ບໍ່ເກີນ 40 ວັນ ໃນປີ 2019.
  • ຕິດຕາມ ແລະ ກວດກາມາດຕະຖານຂອງການບໍລິການ ຂອງບໍລິສັດທີ່ໃຫ້ບໍລິການຕິດຕັ້ງໄຟຟ້າຢ່າງເຂັ້ມງວດ.
  • ຮີບຮ້ອນປັງປຸງລະບົບການສະໜອງໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ຮັບປະກັນບໍ່ໃຫ້ມີສະພາບໄຟຟ້າຕົກຢູ່ ເລື້ອຍໆ ແນ່ໃສ່ເຮັດໃຫ້ດັດສະນີຄວາມສະຖຽນລະພາບຂອງການສະໜອງໄຟຟ້າ ແລະ ຄວາມໂປ່ງໃສຂອງອັດ ຕາຊົມໃຊ້ໄຟຟ້າຢູ່ ສປປ ລາວ.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການຕິດຕັ້ງໄຟຟ້າ:

ກະຊວງ ພະລັງງານ ແລະ ບໍ່ແຮ່
ລັດວິສາຫະກິດ ໄຟຟ້າລາວ

# ໜ່ວຍງານ ທີ່ກ່ຽວຂ້ອງສຳລັບ ການຕິດຕັ້ງໄຟຟ້າ:

ພະແນກ ຍທຂ ນະຄອນຫຼວງ
ລັດວິສາຫະກິດ ໄຟຟ້າລາວ (ສາຂານະຄອນຫຼວງ)


ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ເປັນເຈົ້າການປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 4: ຕົວຊີ້ວັດ ການຂຶ້ນທະບຽນຊັບສິນ.

  • ປັບປຸງຂັ້ນຕອນ ແລະ ໄລຍະເວລາໃນການຂຶ້ນທະບຽນຊັບສິນທີ່ດິນ, ການໂອນມອບກຳມະສິດນຳໃຊ້, ການເຊົ່າ, ການສຳປະທານທີ່ດິນໃຫ້ໄວຂຶ້ນ.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການຂຶ້ນທະບຽນຊັບສິນ:

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

# ໜ່ວຍງານ ທີ່ກ່ຽວຂ້ອງ ສຳລັບ ການຂຶ້ນທະບຽນຊັບສິນ:

ອົງການ ຈັດຕັ້ງບ້ານ
ຫ້ອງການ ທະບຽນສານ
ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ
ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງ


ທະນາຄານແຫ່ງ ສປປ ລາວ

ເປັນເຈົ້າການປະສານກັບຄະນະກຳມະການຄຸ້ມຄອງຕະຫຼາດຫຼັກຊັບ ປັງປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນ ກັບຕົວຊີ້ວັດທີ 5: ຕົວຊີ້ວັດການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ 6: ຕົວຊີ້ວັດ ການປົກປ້ອງນັກລົງທຶນຂະໜາດນ້ອຍ ແລະ ຜູ້ຖືຫຸ້ນສ່ວນນ້ອຍ

  • ປັງປຸງດັດຊະນີວ່າດ້ວຍວຽກງານການເຂົ້າເຖິງສິນເຊື່ອໃຫ້ດີຂຶ້ນ ໂດຍສະເພາະດັດຊະນີຄວາມເຂັ້ມແຂງຂອງກົດ ໝາຍ ແລະ ລະບຽບທີ່ປົກປ້ອງຜູ້ກູ້ຢືມ ແລະ ຜູ້ໃຫ້ຢືມ.
  • ປັບປຸງດັດຊະນີຄຸນນະພາບຂອງກົດລະບຽບກ່ຽວກັບການຫ້າມບໍ່ໃຫ້ເກີດຜົນປະໂຫຍດທັບຊ້ອນ.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການເຂົ້າເຖິງສິນເຊື່ອ:

ທະນາຄານແຫ່ງ ສປປ ລາວ

# ໜ່ວຍງານ ທີ່ກ່ຽວຂ້ອງ ສຳລັບ ການເຂົ້າເຖິງສິນເຊື່ອ:

ກະຊວງ ຍຸຕິທໍາ (ປະມວນກົດໝາຍແພ່ງ, ກົດໝາຍວ່າ ດ້ວຍການຄໍ້າປະກັນການປະຕິບັດສັນຍາ, ກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ)
ຫ້ອງການ ຈົດທະບຽນການຄໍ້າປະກັນດ້ວຍສັງຫາລິມະຊັບ, ກະຊວງການເງິນ)
ລັດວິສາຫະກິດ ໄຟຟ້າລາວ
ລັດວິສາຫະກິດ ນໍ້າປະປາລາວ
ລັດວິສາຫະກິດ ໂທລະຄົມ (ສະໜອງຂໍ້ມູນສິນເຊື່ອໃຫ້ສູນຂໍ້ມູນຂ່າວສານສິນເຊື່ອ)

# ໜ່ວຍງານຮັບຜິດຊອບຫຼັກ ສຳລັບ ການປົກປ້ອງຜູ້ລົງທຶນລາຍຍ່ອຍ:

ຄະນະກໍາມະການຄຸ້ມຄອງຫຼັກຊັບ

# ໜ່ວຍງານທີ່ກ່ຽວຂ້ອງ ສຳລັບ ການປົກປ້ອງຜູ້ລົງທຶນລາຍຍ່ອຍ:

ກະຊວງອຸດສາຫະກໍາ ແລະ ການຄ້າ (ກົດໝາຍວ່າດ້ວຍວິສາຫະກິດ)
ສານປະຊາຊົນສູງສຸດ (ກົດໝາຍວ່າດ້ວຍການດໍາເນີນ ຄະດີແພ່ງ, ກົດໝາຍວ່າດ້ວຍຄ່າທໍານຽມສານ)


 

ກະຊວງ ການເງິນ

ເປັນເຈົ້າການເລັ່ງປັບປຸງແກ້ໄຂຄວາມຫຍຸ້ງຍາກທີ່ພົວພັນກັບຕົວຊີ້ວັດທີ 7: ຕົວຊີ້ວັດ ການເສຍອາກອນ

  • ຄົ້ນຄວ້າປັບປຸງຈຳນວນຄັ້ງ ແລະ ເວລາໃນການເສຍອາກອນຕ່າງໆ ຂອງບັນດາວິສາຫະກິດ, ໂດຍສະເໜີໃຫ້ມີການປັບປຸງກົດໝາຍທີ່ກ່ຽວຂ້ອງ.
  • ປັບປຸງກົນໄກການຊຳລະອາກອນປະກັນສັງຄົມ ໃຫ້ສະດວກ ແລະ ວ່ອງໄວກວ່າເກົ່າ.
  • ປັບປຸງຂັ້ນຕອນການເກັບພາສີ-ອາກອນ ໃນເວລາການນຳເຂົ້າສິນຄ້າທີ່ດ່ານຊາຍແດນ ໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວກວ່າເກົ່າ.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການຊຳລະອາກອນ:

ກົມ ສ່ວຍສາອາກອນ, ກະຊວງ ການເງິນ


 

ກະຊວງ ຍຸຕິທຳ ແລະ ອົງການຕຸລາການ

ເປັນເຈົ້າການ ຄົ້ນຄວ້າສ້າງ ແລະ ປັງປຸງບັນດານິຕິກຳທີ່ພົວພັນກັບ ຕົວຊີ້ວັດທີ່ 9: ຕົວຊີ້ວັດ ການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດທີ 10: ຕົວຊີ້ວັດ ການແກ້ໄຂບັນຫາການລົ້ມລະລາຍ.

  • ປັບປຸງໄລຍະເວລາຂອງຂະບວນການດຳເນີນຄະດີ ເພື່ອໃຫ້ປະຕິບັດຕາມສັນຍາ.
  • ອັດຕາຄ່າໃຊ້ ຈ່າຍຂອງຂະບວນການດຳເນີນຄະດີເພື່ອໃຫ້ປະຕິບັດຕາມສັນຍາ.
  • ປັບປຸງດັດຊະນີຄຸນນະພາບ ຂອງຂະບວນການທາງສານ.
  • ຮີບຮ້ອນສົມທົບກັບກະຊວງກ່ຽວຂ້ອງ ປັບປຸງກົດໝາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດສະບັບເລກທີ 06/94, ລົງວັນທີ 14 ຕຸລາ 1994.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການບັງຄັບໃຊ້ສັນຍາ (ສັນຍາການຄ້າ):

ກົມ ກວດກາ ແລະ ປະເມີນຜົນນິຕິກໍາ, ກະຊວງ ຍຸຕິທໍາ
ອົງການ ຕຸລາການ

# ໜ່ວຍງານ ທີ່ກ່ຽວຂ້ອງ ສຳລັບ ການບັງຄັບໃຊ້ສັນຍາ (ສັນຍາການຄ້າ):

ສານເມືອງ
ຫ້ອງການ ທະບຽນສານ, ສານປະຊາຊົນສູງສຸດ
ກົມ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ກະຊວງ ຍຸຕິທໍາ
ກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກໍາ ແລະ ການຄ້າ

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການແກ້ໄຂການລົ້ມລະລາຍ:

ກົມ ກວດກາ ແລະ ປະເມີນຜົນນິຕິກໍາ, ກະຊວງ ຍຸຕິທໍາ ອົງການຕຸລາການ

# ໜ່ວຍງານ ທີ່ກ່ຽວຂ້ອງ ສຳລັບ ການແກ້ໄຂການລົ້ມລະລາຍ:

ກົມ ນິຕິກຳ, ກະຊວງ ຍຸຕິທຳ
ສານປະຊາຊົນສູງສຸດ


ກະຊວງ ປ້ອງກັນຄວາມສະຫງົບ

  • ຄົ້ນຄວ້າຫຼຸດຂັ້ນຕອນ ແລະ ໄລຍະເວລາ ການອອກຕາປະທັບ ເພື່ອການດຳເນີນທຸລະກິດ.
  • ມອບຄວາມຮັບຜິດຊອບໃຫ້ກອງ ບັນຊາການ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເປັນຜູ້ຜະລິດຕາປະທັບທຸລະກິດ.
  • ກຳນົດລະບຽບ ແລະ ມີບົດແນະນຳການຈັດຕັ້ງປະຕິບັດຕົວຈິງ ໃຫ້ຮັດກຸມ ແລະ ວ່ອງໄວ.

# ໜ່ວຍງານ ຮັບຜິດຊອບຫຼັກ ສຳລັບ ການເລີ່ມຕົ້ນທຸລະກິດ:

ກົມ ທະບຽນ ແລະ ຄຸ້ມຄອງວິສາຫະກິດ,
ກະຊວງ ອຸດສາຫະກໍາ ແລະ ການຄ້າ
ພະແນກ ອຸດສາຫະກໍາ ແລະ ການຄ້ານະຄອນຫຼວງ

# ໜ່ວຍງານ ທີ່ກ່ຽວຂ້ອງສຳລັບ ການເລີ່ມຕົ້ນທຸລະກິດ:

ອົງການ ຈັດຕັ້ງບ້ານ
ກົມ ສ່ວຍສາອາກອນ, ກົມຊັບສິນແຫ່ງລັດ,
ກະຊວງ ການເງິນ

ກົມ ຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509), ກົມ 203 (ກວດປະຫວັດນັກລົງທຶນ), ກະຊວງ ປ້ອງກັນຄວາມສະຫງົບ
ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ

ທ້ອງຖິ່ນ:
ພະແນກ ການເງິນ
ພະແນກ ປ້ອງກັນຄວາມສະຫງົບ
ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ
ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ
(ພະແນກ ກ່ຽວຂ້ອງທີ່ອອກໃບອະນຸຍາດໃນການດໍາ ເນີນທຸລະກິດ)


ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການຄົ້ນຄວ້າ ແລະ ປັບປຸງແກ້ໄຂຄວາມຫຍຸ້ງຍາກຕ່າງໆ ທີ່ພົວພັນກັບການຈັດອັນດັບຄວາມສະດວກໃນການດຳເນີນທຸລະກິດຢູ່ລາວ.

  • ປະກອບຄຳຄິດຄຳເຫັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າໃນການປັບປຸງບັນຍາກາດການລົງທຶນ ຢູ່ ສປປ ລາວ.
  • ໂຄສະນາເຜີຍແຜ່ ແລະ ແນະນຳກ່ຽວກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການຂອງລັດ ໃນການປັບປຸງອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດ ຢູ່ ສປປ ລາວ ໃຫ້ບັນດາສະມາຊິກທີ່ຂຶ້ນກັບຕົນເຂົ້າໃຈເປັນເອກະພາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.
  • ເປັນເຈົ້າການໃນການສັງລວມບັນຫາ ແລະ ຄຳສະເໜີຂອງພາກທຸລະກິດ ໃນແຕ່ລະໄລຍະ ພ້ອມທັງລະດົມສະໝອງ ແລະ ສະເໜີທິດທາງ, ວິທີແກ້ໄຂຢ່າງສ້າງສັນ ເພື່ອໃຫ້ລັດຖະບານ ຄົ້ນຄວ້າພິຈາລະນາ.