ການເລີ່ມຕົ້ນທຸລະກິດ

ຂະແໜງ ອຸດສາຫະກຳ ແລະ ການຄ້າ ໄດ້ປະສານກັບ ຂະແໜງການກ່ຽວຂ້ອງ ປັບປຸງຕົວຊີ້ວັດ 1 “ການເລີ່ມ ຕົ້ນທຸລະກິດ” ຕາມຄຳສັ່ງ 02/ນຍ. ມາເຖິງປະຈຸບັນ ສາມາດຫລຸດຂັ້ນຂອດ ຈາກ 10 ຂອດ ມາເປັນ 3 ຂອດ (1. ການຂຶ້ນທະບຽນວິສາຫະກິດ; 2. ການຄວັດຕາ ປະທັບ; 3. ການຈົດທະບຽນປະກັນສັງຄົມ) ແລະ ເວລາທີ່ ໃຊ້ໃນການເລີ່ມຕົ້ນທຸລະກິດປະຈຸບັນ ແມ່ນ ບໍ່ເກີນ 17 ວັນ ຈາກ 174 ວັນ.

1.1

ອອກທະບຽນວິສາຫະກິດ ພ້ອມກັບ ຕົວເລກປະຈຳຕົວ ຜູ້ເສຍອາກອນ (TIN) ຢູ່ຂະແໜງອຸດສາຫະກຳ ແລະ ການຄ້າ ຜ່ານການເຊື່ອມໂຍງລະບົບຄຸ້ມຄອງທະບຽນ ວິສາຫະກິດ ເຂົ້າກັບລະບົບຄຸ້ມຄອງການຈັດເກັບລາຍ ຮັບສ່ວຍສາອາກອນ ທີ່ເອີ້ນວ່າ “TaxRis” ຊຶ່ງໄດ້ເລີ່ມ ຈັດຕັ້ງປະຕິບັດຕັ້ງແຕ່ ກາງເດືອນຕຸລາ 2018 ເປັນຕົ້ນ ມາ. ໃບທະບຽນວິສາຫະກິດຮູບແບບໃໝ່ ທີ່ມີຕົວເລກ ປະຈຳຕົວຜູ້ເສຍອາກອນນີ້ ແມ່ນສາມາດຈັດຕັ້ງປະຕິ ບັດໃນ 18 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ 108 ເມືອງ ໃນຂອບເຂດທົ່ວປະເທດ.

(ອີງຕາມໜັງສື ສະບັບເລກທີ 1756/ກທຄວ.ອຄ, ລົງວັນທີ 12 ທັນວາ 2018 ເລື່ອງການນໍາໃຊ້ “ໃບທະບຽນວິສາຫະກິດ” ຮູບແບບປັບປຸງໃໝ່ ແລະ ແຈ້ງການ ສະບັບເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019 ເລື່ອງການອອກເລກປະຈໍາຕົວຜູ້ເສຍອາ ກອນ)

1.2

ແຍກການຂໍໃບອະນຸຍາດດຳເນີນທຸລະກິດ ອອກ ເປັນ ຂອດຕ່າງຫາກຈາກຂອດການຂຶ້ນທະບຽນວິສາຫະກິດ ຊຶ່ງໄດ້ຈັດຕັ້ງປະຕິບັດຕັ້ງແຕ່ເດືອນ ກຸມພາ 2019 ເປັນຕົ້ນໄປ. ນັກລົງທຶນສາມາດ ເຄື່ອນໄຫວທຸລະກິດ ຕາມໃບອະນຸຍາດດຳເນີນທຸລະກິດ ຫລື/ແລະ ໃບອະນຸ ຍາດລົງທຶນຈາກຂະແໜງການທີ່ກ່ຽວຂ້ອງ. ພ້ອມນັ້ນ, ການຈົດທະບຽນກົດລະບຽບ ແລະ ຊັບສິນ ໄດ້ຖືກຍົກ ໄປຢູ່ຂັ້ນຕອນຫລັງໄດ້ຮັບອະນຸຍາດດຳເນີນທຸລະກິດ.

(ອີງຕາມຂໍ້ຕົກລົງ ສະບັບເລກທີ 0023/ອຄ.ກຄທວ, ລົງວັນທີ 05 ມີນາ 2019 ວ່າດ້ວຍການຂຶ້ນທະບຽນ ວິສາຫະກິດ ແລະ ແຈ້ງການ ສະບັບເລກທີ 1618/ກງ, ລົງວັນທີ 30 ພຶດສະພາ 2019 ເລື່ອງການປັບປຸງກົນໄກ, ຂັ້ນຕອນ ການດໍາເນີນງານລະຫວ່າງ ການຈົດທະບຽນ ເອກະສານຂອງຂະແໜງຊັບສິນ ແລະ ການອອກທະ ບຽນອາກອນ)

1.3

ລົບລ້າງການອອກອະນຸຍາດປ້າຍຊື່ວິສາຫະກິດ ໝາຍ ຄວາມວ່າພາຍຫລັງທີ່ໄດ້ຮັບການຂຶ້ນທະບຽນສ້າງຕັ້ງ ວິສາຫະກິດ ສາມາດນຳເອົາໃບທະບຽນວິສາຫະກິດ ໄປ ຜະລິດປ້າຍຊື່ວິສາຫະກິດໄດ້ເລີຍ.

(ອີງຕາມ ແຈ້ງການ ສະບັບເລກທີ 2823/ຫອຄ.ກທຄວ, ລົງວັນທີ 26 ພະຈິກ 2018 ເລື່ອງການຄວັດຕາປະທັບ ວິສາຫິກິດ ແລະ ປ້າຍຊື່ ວິສາຫະກິດ)

1.4

ລົບລ້າງການຂໍອະນຸຍາດຄວັດຕາປະທັບຈາກຂະແໜງອຸດສາ ຫະກຳ ແລະ ການຄ້າ. ພາຍຫລັງໄດ້ຮັບການຂຶ້ນທະບຽນວິສາ ຫະກິດ, ສາມາດນຳເອົາໃບທະບຽນວິສາຫະກິດໄປຄວັດຕາປະ ທັບກັບຂະແໜງການປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ການ ຂຶ້ນທະບຽນນຳໃຊ້ຕາປະທັບ ແມ່ນອອກພ້ອມກັບຂອດຄວັດຕາ ປະທັບ ໃນຂອບເຂດທົ່ວປະເທດ.

(ອີງຕາມຂໍ້ຕົກລົງ ສະບັບເລກທີ 1784/ປກສ.ກຄທວ, ລົງວັນທີ 02 ຕຸລາ 2018 ວ່າດ້ວຍການຄຸ້ມຄອງ ແລະ ຜະລິດຕາປະ ທັບວິສາຫະກິດ ແລະ ແຈ້ງການ ສະບັບເລກທີ 2823/ຫອຄ.ກທຄວ, ລົງວັນທີ 26 ພະຈິກ 2018 ເລື່ອງການຄວັດຕາ ປະທັບວິສາຫະກິດ ແລະ ປ້າຍຊື່ວິສາຫະກິດ)

1.5

ລົບລ້າງການຢັ້ງຢືນທີ່ຕັ້ງສຳນັກງານ

(ອີງຕາມໜັງສື ສະບັບເລກທີ 1596/ກທຄວ, ລົງວັນທີ 15 ພະຈິກ 2018 ເລື່ອງລົບລ້າງການນໍາໃຊ້ຟອມໃບ ຢັ້ງຢືນທີ່ຕັ້ງສໍານັກງານ ຫລື ສາຂາຂອງວິສາຫະກິດ ແລະ ການແຈ້ງຂຶ້ນທະບຽນວິສາຫະກິດໃນກິດຈະການ ຂອງຂະແໜງທະນາຄານ).

1.6

ປະຈຸບັນ ຂັ້ນຕອນການເຂົ້າຮັບຟັງປະຖົມນິເທດກ່ຽວກັບການປະຕິ ບັດພັນທະອາກອນຕ່າງໆບໍ່ແມ່ນຂັ້ນຕອນພາກບັງຄັບ. ກະຊວງ ການເງິນ ໄດ້ອອກແຈ້ງການ ຖ້າວິສາຫະກິດໃດ ບໍ່ເຂົ້າຮັບຟັງການ ປະຖົມນິເທດນຳຂະແໜງການສ່ວຍສາອາກອນ ພາຍໃນກຳນົດ ເວລາ 30 ວັນ ນັບແຕ່ວັນທີ່ໄດ້ອອກທະບຽນ ຖືວ່າວິສາຫະກິດ ດັ່ງກ່າວ ຮັບຊາບ ແລະ ເຂົ້າໃຈໃນການຈັດຕັ້ງປະຕິບັດ ມາດຕະ ການທີ່ຕິດພັນກັບການມອບພັນທະອາກອນ ຕາມລະບຽບ ແລະ ກົດ ໝາຍແລ້ວ.

(ອີງຕາມ ແຈ້ງການ ສະບັບເລກທີ 0489/ຫກງ, ລົງວັນທີ 05 ມີນາ 2019 ເລື່ອງການອອກເລກປະຈໍາຕົວຜູ້ເສຍອາກອນ)

1.7

ພິຈາລະນາຂຶ້ນທະບຽນປະກັນສັງຄົມ ແລະ ອອກໃບຢັ້ງ ຢືນການຂຶ້ນທະບຽນໃຫ້ຫົວໜ່ວຍແຮງງານໄດ້ໄວຍິ່ງຂຶ້ນ ເຫຼືອພຽງແຕ່ 1-2 ວັນ

(ອີງຕາມ ຄໍາແນະນໍາ ສະບັບເລກທີ 1206/ຮສສ, ລົງວັນທີ 23 ເມສາ 2019 ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ))

1.8

ລົບລ້າງຂັ້ນຕອນການຈົດທະບຽນອາກອນມູນຄ່າເພີ່ມ. ພາຍຫຼັງ ນັກລົງທຶນໄດ້ຮັບການຂຶ້ນທະບຽນວິສາຫະກິດ ແລະ ໄດ້ຮັບເລກປະຈໍາຕົວຜູ້ເສຍອາກອນ ແມ່ນຖືວ່າເປັນຜູ້ເຂົ້າໃນລະບົບອາກອນມຸນຄ່າເພີີມໂດຍອັດຕະໂນມັດ (ອີງຕາມແຈ້ງການ ສະບັບເລກທີ 2720/ຫກງ ລົງວັນທີ 12 ພະຈິກ 2019 ເລື່ອງການເຂົ້າໃນລະບົບອາກອນມູນຄ່າເພີ່ມ)