ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການອະນຸຍາດປຸກສ້າງ

ລ/ດ

ຄຳຖາມ

ຄຳຕອບ

1 ຈະຊອກຮູ້ ຫຼື ດາວໂຫລດ ເອກະສານກ່ຽວກັບການປຸກສ້າງໄດ້ຈາກໃສ? ຈາກເວັບໄຊທ໌ www.mpwt.gov.la ຫຼື ພະແນກ ຍທຂ ແຂວງ ຫລື ຫ້ອງການ ຍທຂ ເມືອງ
2 ເອກະສານຂໍອະນຸຍາດປຸກສ້າງມີຫຍັງແດ່? ໃບສະເໜີ, ໃບ ສຳເນົາສຳມະໂນຄົວ ຫລື ໃບຢັ້ງຢືນທີ່ຢູ່ (ອາຍຸບໍ່ເກີນສາມເດືອນ), ສຳເນົາໃບກຳມະສິດທີ່ດິນ ບ່ອນປຸກສ້າງ, ບົດບັນທຶກການເຫັນດີ ຕໍ່ກັບແບບປຸກສ້າງ ຂອງ ຕອນດິນຂ້າງຄຽງ, ຊຸດແຜນຜັງ, ແລະ ຖ້າຈຳເປັນ ໃບຢັ້ງຢືນສະພາບແວດລ້ອມ,ໃບຢັ້ງຢືນອາຄານຄວບຄຸມ ຫລື ຄຸ້ມຄອງມໍລະດົກ.   
3 ຍື່ນເອກະສານປຸກສ້າງຢູ່ໃສ? ຫ້ອງການປະຕູດຽວ ຂອງ ເມືອງ ຫຼື ພະແນກໂຍທາທິການ ແລະ ຂົນສົ່ງ ປະຈຳແຂວງ.  
4 ການຈັດຕັ້ງໃດ ອອກອະນຸຍາດປຸກສ້າງ? ຫ້ອງການ ຍທຂ ເມືອງ ອອກອະນຸຍາດ ສິ່ງປຸກສ້າງ ເນື້ອທີ່ ບໍ່ເກີນ 400 ຕາເມັດ ແລະ ຄວາມສູງຂອງສິ່ງປຸກສ້າງ ບໍ່ເກີນ 10 ເເມັດ, ກໍລະນີອື່ນ ແມ່ນພະແນກ ຍທຂ ເປັນຜູ້ອອກອະນຸມັດ.  
5 ການອອກອະນຸຍາດປຸກສ້າງໃຊ້ເວລາເທົ່າໃດ? ບໍ່ເກີນ 30 ວັນລັດຖະການ ນັບຈາກມື້ຍື່ນ.