ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການເລີ່ມຕົ້ນ

ລ/ດ

ຄຳຖາມ

ຄຳຕອບ

1 ການເລີ່ມຕົ້ນທຸລະກິດໃນ ສປປ ລາວ ມີຈັກຂັ້ນຕອນ? ຂັ້ນຕອນໃດແດ່? ກະຊວງ ອຄ ໄດ້ສຸມທຸກຄວາມພະຍາຍາມ ປະສານກັບບັນດາຂະແໜງການທີ່ກ່ຽວຂ້ອງ ໃນວຽກງານປັບປຸງຕົວຊີ້ວັດທີ 1 ການເລີ່ມຕົ້ນທຸລະກິດ, ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງຄໍາສັ່ງ 02/ນຍ ໂດຍໄດ້ມີອອກນິຕິກໍາ ແລະ ຈັດຕັ້ງປະຕິບັດຫຼາຍບາດກ້າວບຸກທະລຸ ໃນການຫຼຸດຂັ້ນຂອດ, ເວລາ ແລະ ຕົ້ນທຶນໃນການປະກອບທຸລະກິດຂອງຜູ້ລົງທຶນ. ມາເຖິງປະຈຸບັນ ສາມາດຫຼຸດຂັ້ນຕອນຈາກ 10 ເຫຼືອພຽງ 3, ຫຼຸດເວລາການເລີ່ມຕົ້ນທຸລະກິດ ຈາກສະເລ່ຍ 174 ວັນ ເຫຼືອ ປະມານບໍ່ເກີນ 17 ວັນ.
ສະນັ້ນ, ຂັ້ນຕອນການເລີ່ມຕົ້ນທຸລະກິດ ທີ່ນັກລົງທຶນຕ້ອງປະຕິບັດໃນປະຈຸບັນມີພຽງ 3 ຂັ້ນຕອນ ຄຶ :
1. ການຂຶ້ນທະບຽນວິສາຫະກິດ ທີ່ເຊື່ອມກັບລະບົບສ່ວຍສາອາກອນ, ສາມາດອອກເລກປະຈຳຕົວຜູ້ເສັຍອາກອນ ພ້ອມກັບໃບທະບຽນວິສາຫະກິດ ພາຍໃນ 10 ວັນ;
2. ການຄວັດຕາປະທັບ ພ້ອມຈົດທະບຽນນຳໃຊ້ຕາປະທັບ ພາຍໃນ 5 ວັນ; ແລະ
3. ການຈົດທະບຽນປະກັນສັງຄົມ ພາຍໃນ 1-2 ວັນ.
2 ຜຸ້ລົງທຶນ ທີ່ມີຈຸດປະສົງສ້າງຕັ້ງວິສາຫະກິດ ຕ້ອງຍື່ນຄໍາຮ້ອງຂຶ້ນທະບຽນວິສາຫະກິດ ກັບຂະແໜງ ການໃດ? ຂັ້ນໃດ? (ກິດຈະການ ແລະ ຂັ້ນຄຸ້ມຄອງ) ທຸກການເຄື່ອນໄຫວທຸລະກິດຢູ່ ສປປ ລາວ ຕ້ອງຂຶ້ນທະບຽນວິສາຫະກິດ ຍົກເວັ້ນການເຄື່ອນ ໄຫວທຸລະກິດ ທີ່ບໍ່ຈໍາເປັນຕ້ອງຂຶ້ນທະບຽນວິສາຫະກິດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການທີ່ ກ່ຽວຂ້ອງ ເຊັ່ນ: ທຸລະກິດຕາມລະດູການ.
* ການຂຶ້ນທະບຽນແມ່ນໃຫ້ປະຕິບັດຕາມປະເພດຂອງກິດຈະການ ດັ່ງນີ້:
1. ກິດຈະການນອກບັນຊີຄວບຄຸມ ແມ່ນໃຫ້ຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ນຳຂະແໜງການອຸດສາຫະກຳ ແລະ ການຄ້າ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ໃນນີ້:
– ກິດຈະການທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ຈະລະບຸກິດຈະການດັ່ງກ່າວ ໃສ່ດ້ານຫຼັງໃບທະບຽນວິສາຫະກິດ;
– ກິດຈະການທີ່ຕ້ອງຂໍອະນຸຍາດດຳເນີນທຸລະກິດ ແມ່ນເຈົ້າໜ້າທີ່ທະບຽນວິສາຫະກິດ ຈະເຮັດໜັງສືແນະນຳ ໃຫ້ວິສາຫະກິດ ເພື່ອປະສານກັບຂະແໜງການທີ່ກ່ຽວຂ້ອງ ຍື່ນຂໍອະນຸຍາດດຳເນີນທຸລະກິດ ໂດຍບໍ່ລະບຸກິດຈະການດັ່ງກ່າວ ໃສ່ດ້ານຫຼັງໃບທະບຽນວິສາຫະກິດ.
2. ກິດຈະການໃນບັນຊີຄວບຄຸມ ຫຼື ກິດຈະການສຳປະທານ ໃຫ້ປະຕິບັດຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ.
* ບ່ອນຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ:
1. ຂັ້ນສູນກາງ (ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ) ສໍາລັບ ການສ້າງຕັ້ງສາຂາວິສາຫະກິດຕ່າງປະເທດ, ລັດວິສາຫະກິດ, ວິສາຫະກິດຮຸ້ນສ່ວນ, ບໍລິສັດ ແລະ ວິສາຫະກິດສ່ວນບຸກຄົນ ທີ່ມີທຶນຈົດທະບຽນ ແຕ່ຫ້າຮ້ອຍລ້ານກີບ ຂຶ້ນໄປ ຊຶ່ງມີທີ່ຕັ້ງສໍານັກງານຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນທີ່ມີຄວາມຈຳເປັນ ໂດຍຈະມີການແຈ້ງສະເພາະໃນແຕ່ລະໄລຍະ.
2. ຂັ້ນແຂວງ (ພະແນກອຸດສາຫະກໍາ ແລະ ການຄ້າ ຂັ້ນແຂວງ) ສໍາລັບ ລັດວິສາຫະກິດ, ວິສາຫະກິດຮຸ້ນສ່ວນ, ບໍລິສັດ ເວັ້ນເສັຍແຕ່ບໍລິສັດມະຫາຊົນ ແລະ ວິສາຫະກິດສ່ວນບຸກຄົນ ທີ່ມີທຶນຈົດທະບຽນ ແຕ່ຫ້າຮ້ອຍລ້ານກີບ ຂຶ້ນໄປ ຊຶ່ງມີທີ່ຕັ້ງສໍານັກງານ ຢູ່ໃນນະຄອນຫຼວງວຽງຈັນ ຫຼື ແຂວງນັ້ນໆ.
3. ຂັ້ນເມືອງ (ຫ້ອງການອຸດສາຫະກໍາ ແລະ ການຄ້າ ຂັ້ນເມືອງ) ສໍາລັບ ສະຫະກອນ ແລະ ວິສາຫະກິດສ່ວນບຸກຄົນ ທີ່ມີທຶນຈົດທະບຽນ ຕ່ຳກວ່າຫ້າຮ້ອຍລ້ານກີບ ລົງມາ ຊຶ່ງມີທີ່ຕັ້ງສໍານັກງານ ຫຼື ທຸລະກິດຢູ່ເມືອງ ຫຼື ນະຄອນ ນັ້ນໆ.
  
3 ທຶນຈົດທະບຽນເທົ່າໃດ? ເອກະສານປະກອບ, ຂັ້ນຕອນ, ກໍານົດເວລາ ແລະ ຄ່າທໍານຽມ ໃນການ ອອກໃບທະບຽນວິສາຫະກິດ? 1. ທຶນຈົດທະບຽນ ແມ່ນໃຫ້ປະຕິບັດຕາມລະບຽບການຂອງຂະແໜງທີ່ກ່ຽວຂ້ອງ.
2. ເອກະສານແຈ້ງຂຶ້ນທະບຽນວິສາຫະກິດ:
* ເອກະສານແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ປະກອບມີ:
– ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ;
– ໃບແຈ້ງລາຍການກິດຈະການທີ່ສະເໜີປະກອບທຸລະກິດ.
* ເອກະສານແຈ້ງຂຶ້ນທະບຽນວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ ປະກອບມີ:
– ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ;
– ໃບແຈ້ງລາຍການກິດຈະການ ທີ່ສະເໜີປະກອບທຸລະກິດ;
– ສັນຍາສ້າງຕັ້ງວິສາຫະກິດ ຍົກເວັ້ນບໍລິສັດຈໍາກັດຜູ້ດຽວ.
ໃນກໍລະນີ ນິຕິບຸກຄົນແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງມີໃບມອບສິດຈາກວິສາຫະກິດແມ່.
3. ຂັ້ນຕອນ ແລະ ກໍານົດເວລາພິຈາລະນາຂຶ້ນທະບຽນວິສາຫະກິດ:
– ປະກອບເອກະສານ ແຈ້ງຕໍ່ຂະແໜງການອຸດສາຫະກໍາ ແລະ ການຄ້າ;
– ພາຍຫຼັງໄດ້ຮັບເອກະສານແລ້ວ ເຈົ້າໜ້າທີ່ທະບຽນວິສາຫະກິດ ຈະກວດກາຄວາມຖືກຕ້ອງຂອງເອກະສານ ຕາມທີ່ກຳນົດໄວ້ ໃນມາດຕາ 12 ຂອງຂໍ້ຕົກລົງ 0023/ອຄ.ກທຄວ, ລົງວັນທີ 9 ມັງກອນ 2019 ໃຫ້ສໍາເລັດພາຍໃນ ໜຶ່ງຊົ່ວໂມງ. ແລະ ອອກໃບທະບຽນວິສາຫະກິດ ກິດ ຊ້າສຸດບໍ່ເກີນ ສິບວັນລັດຖະການໃນກໍລະນີເອກະສານຄົບຖ້ວນ ແລະ ຖືກຕ້ອງ.
4. ຄ່າທຳນຽມອອກທະບຽນວິສາຫະກິດ ປະກອບມີ 1) ຄ່າທໍານຽມແບບພິມ ແລະ ການບໍລິການອອກໃບທະບຽນວິສາຫະກິດ ຕາມຮູບແບບຂອງວິສາຫະກິດ; ແລະ 2) ຄ່າທໍານຽມທຶນຈົດທະບຽນຂອງວິສາຫະກິດຕາມລັດຖະບັນຍັດ 003/ປປທ, ລົງວັນທີ 26 ທັນວາ 2012. (ແບບພິມ ແລະ ຂໍ້ມູນລະອຽດ ດາວໂຫຼດໄດ້ທີ່ – www.ned.gov.la)
  
4 ພາຍຫຼັງໄດ້ຮັບໃບທະບຽນວິສາຫະກິດ ຜູ້ລົງທຶນສາມາດດໍາເນີນທຸລະກິດ ໄດ້ເລີຍບໍ່? ກິດຈະການ ໃດທີ່ຕ້ອງຂໍອະນຸຍາດດໍາເນີນທຸລະກິດ? ພາຍໃນກໍານົດເວລາ ເກົ້າສິບວັນ ນັບແຕ່ວັນທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ ເປັນຕົ້ນໄປ ວິສາຫະກິດກ່ຽວຂ້ອງ ຕ້ອງໄປຍື່ນຂໍອະນຸຍາດດໍາເນີນທຸລະກິດ ນໍາຂະແໜງການທີ່ກ່ຽວຂ້ອງ ໃນກິດຈະການໃດໜຶ່ງ ຕາມທີ່ໄດ້ລະບຸໄວ້ໃນໜັງສືແນະນຳໃຫ້ວິສາຫະກິດ ໃນກິດຈະການທີ່ຕ້ອງຂໍອະນຸຍາດ ເວັ້ນເສັຍແຕ່ໄດ້ມີກິດຈະການໃດໜຶ່ງລະບຸໃນດ້ານຫຼັງໃບທະບຽນວິສາຫະກິດແລ້ວ.
ວິສາຫະກິດທີ່ຂຶ້ນທະບຽນວິສາຫະກິດກ່ອນການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ການຂຶ້ນທະບຽນວິສາຫະ ກິດ ສະບັບເລກທີ 0023/ອຄ.ກທຄວ, ລົງວັນທີ 09 ມັງກອນ 2019 ແມ່ນໃຫ້ສືບຕໍ່ຈັດຕັ້ງປະຕິບັດ. ຫາກຕ້ອງ ການດໍາເນີນທຸລະກິດໃນກິດຈະການໃດໜຶ່ງເພີ່ມເຕີມ ແມ່ນສາມາດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງໂດຍກົງ.
* ກິດຈະການຕ້ອງຂໍອະນຸຍາດດໍາເນີນທຸລະກິດ:
– ກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ທີ່ກໍານົດໃນ ດໍາລັດສະບັບເລກທີ 03 /ນຍ,ລົງວັນທີ10 ມັງກອນ 2019 ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານຂອງ ສປປ ລາວ;
– ກິດຈະການນອກບັນຊີຄວບຄຸມ ທີ່ຕ້ອງຂໍອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ.
* ກິດຈະການທີ່ເຄື່ອນໄຫວດໍາເນີນທຸລະກິດໄດ້ເລີຍພາຍຫຼັງຂຶ້ນທະບຽນວິສາຫະກິດ:
– ສໍາລັບຂະແໜງອຸດສາຫະກໍາ ແລະ ການຄ້າ, ນອກຈາກກິດຈະການທີ່ກໍານົດໃນຂໍ້ຕົກລົງສະບັບເລກທີ 0044/ ອຄ.ກທຄວ, ລົງວັນທີ18 ມັງກອນ 2019 ວ່າດ້ວຍການຮັບຮອງເອົາກິດຈະການອຸດສາຫະກໍາ ແລະ ການຄ້າ ທີ່ຕ້ອງອອກໃບອະນຸຍາດດໍາເນີນທຸລະກິດແລ້ວ ເຫຼືອນັ້ນແມ່ນກິດຈະກໍາທີ່ສາມາດເຄື່ອນ ໄຫວໄດ້ເລີຍໝົດທຸກກິດຈະການ.
  
5 ເອກະສານປະກອບ, ຂັ້ນຕອນ ແລະ ກໍານົດເວລາ ໃນການພິຈາລະນາອອກໃບອະນຸຍາດດໍາເນີນທຸ ລະກິດ? ຈົດທະບຽນການເຄື່ອນໄຫວສິດນໍາໃຊ້ທີ່ດິນ ບໍ່ເກີນ 3 ວັນລັດຖະການນັບຈາກມື້ຍື່ນເອກະ ສານ; ຈົດທະບຽນສິດນໍາໃຊ້ທີ່ດິນ (ຊື້ຂາຍ, ມອບຊັບ, ຍົກຊັບ, ສືບທອດມູນມໍລະດົກ ແລະ ແລກປ່ຽນ) ບໍ່ເກີນ 15 ວັນລັດຖະການນັບຈາກມື້ຍື່ນເອກະ ສານ; ຈົດທະບຽນແບ່ງແຍກ/ລວມຕອນດິນເຂົ້າກັນ (ຊື້ຂາຍ, ມອບຊັບ, ຍົກຊັບ, ສືບທອດມູນມໍລະດົກ ແລະ ແລກປ່ຽນ) ບໍ່ເກີນ 45 ວັນລັດຖະການ ນັບຈາກມື້ຍື່ນເອກະສານ.