ການຄ້າລະຫວ່າງປະເທດ

ຄະນະກຳມະການ ຊີ້ນຳລວມອຳນວຍຄວາມສະດວກທາງດ້ານການຄ້າໄດ້ຕັດຮອດຂັ້ນຕອນ ແລະ ເວລາໃນການປະກອບເອກະສານນຳເຂົ້າ ແລະ ສົ່ງອອກ ໂດຍສະເພາະແມ່ນສິນຄ້າ ທີ່ ຕິດພັນກັບການປະເມີນຕົວຊີ້ວັດການຄ້າລະຫວ່າງປະເທດຄື: ການນຳເຂົ້າຊິ້ນສ່ວນຍານພາຫະນະ ແລະ ການສົ່ງອອກແຮ່ທາດດັ່ງຕໍ່ໄປນີ້:

8.1

ອອກໃບອະນຸຍາດນໍາເຂົ້າຊິ້ນສ່ວນຍານພາຫະນະ ເພື່ອມາປະກອບ ຫຼື ຜະລິດຢູ່ໂຮງງານຢູ່ບ່ອນດຽວ ຄື ກົມອຸດສາຫະກຳ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າໂດຍໃຊ້ເວລາພຽງ 03 ວັນ.

(ອີງຕາມຄໍາສັ່ງເລກທີ 0535/ອຄ.ກຂອ, ລົງວັນທີ 10 ເມສາ 2017)

8.2

ອອກໜັງສືລັດຖະການຂອງກົມພາສີຫາດ່ານພາສີ ກ່ຽວກັບການ ສົ່ງອອກແຮ່ທາດ ຈາກທຸກໆຄັ້ງທີ່ມີການສົ່ງອອກ ມາເປັນຄັ້ງດຽວ (ຄັ້ງທຳອິດ) ຈົນກວ່າຈະມີການປ່ຽນແປງສັນຍາສຳປະທານ ແລະ ໃຊ້ເວລາໃນການດຳເນີນເອກະສານພຽງ 3 ວັນ.

(ອີງຕາມແຈ້ງການເລກທີ 01616/ກພສ, ລົງວັນທີ 02 ເມສາ 2018 ຂອງກົມພາສີ ກະຊວງການເງິນ)

8.3

 

ຍົກເວັ້ນການເກັບອາກອນມູນຄ່າເພີ່ມ ສຳລັບແຮ່ທາດສົ່ງອອກ

(ອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ(ສະ ບັບປັບປຸງ) ເລກທີ 48/ສພຊ)

8.4

ປັບປຸງຂັ້ນຕອນດຳເນີນເອກະສານ ຂອງກະຊວງທີ່ກ່ຽວຂ້ອງເປັນຕົ້ນແມ່ນ ກະຊວງພະລັງງານ ແລະ ບໍ່ແຮ່ຈາກທີ່ໃຊ້ເວລາ 03 ວັນມາເປັນ 01 ວັນ (ເອກະສານສຳລັບການຈຳໜ່າຍ ແລະ ສົ່ງອອກແຮ່ທາດ)

(ອີງໃສ່ແຈ້ງການເລກທີ 0011/ກຄຮ, ລົງວັນທີ 04 ມັງກອນ 2019)

8.5

ກະຊວງອຸດສາຫະກຳ ແລະ ການຄ້າ (ການສ້າງມາດຕະຖານການບໍລິການ ຫຼື Service Charter) ສຳ ລັບ ການ ນຳ ເຂົ້າ ແລະ ສົ່ງ ອອກ ໂດຍວາງເປົ້າໝາຍ ເຮັດໃຫ້ຂັ້ນຕອນ, ເວລາ ແລະ ເອກະສານໃນການຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກ ໃຫ້ຫຼຸດລົງ 50% ພາຍໃນປີ 2019 ແລະ ຫັນການບໍລິການເປັນເອ ເລັກໂຕຣນິກຢ່າງເຕັມສ່ວນ.

(ອີງໃສ່ແຈ້ງການ ເລກທີ 4186/ກຂອ, ລົງວັນທີ 12 ກັນຍາ 2018)