ການຊຳລະອາກອນ

ກະຊວງການເງິນ ໄດ້ປັບປຸງການຊຳລະອາກອນ ໃຫ້ມີຄວາມສະດວກ, ໂປ່ງໃສ ແລະ ວ່ອງໄວຂຶ້ນເຊັ່ນ:

7.1

ອອກເລກປະຈຳຕົວຜູ້ເສຍອາກອນພ້ອມກັນກັບ ໃບທະບຽນວິສາຫະກິດ ໂດຍການນຳໃຊ້ລະບົບຄຸ້ມ ຄອງການຈັດເກັບລາຍຮັບສ່ວຍສາອາກອນຜ່ານ ລະບົບ TaxRIS

7.2

 

ແຈ້ງເສຍອາກອນທາງອີເລັກໂທນິກຜ່ານລະບົບ http://taxservice.mof.gov.la

7.3

ໄດ້ມີການຊຳລະອາກອນແບບທັນສະໄໝ ຫຼື EasyTax ເຊິ່ງຈະຊ່ວຍໃຫ້ຊຳລະເງິນອາກອນປະ ເພດຕ່າງໆຜ່ານລະບົບທະນາຄານໂດຍນຳໃຊ້ ຊ່ອງທາງຕ່າງໆທີ່ມີຂອງທະນາຄານເຊັ່ນ: Counter Service, Mobile Banking, Internet Banking, SMS, ATM

7.4

 

ປັບປຸງໃບແຈ້ງອາກອນມູນຄ່າເພ່ີມໃຫ້ສັ້ນເຂົ້າໂດຍ ຫຼຸດຈຳນວນຫ້ອງຂໍ້ມູນທີ່ຕ້ອງຕື່ມໃສ່ ຈາກ 58 ຫ້ອງ ເຫຼືອພຽງ 26 ຫ້ອງ