ການຂໍຕິດຕັ້ງໄຟຟ້າ

ການຂໍຕິດຕັ້ງໝໍ້ນັບໄຟ ທີ່ມີການກໍ່ສ້າງຕາຂ່າຍແຮງ ກາງ 22KV ລວງຍາວບໍ່ເກີນ 2Km, ຕິດຕັ້ງ ໝໍ້ແປງ ແລະ ກໍ່ສ້າງຕາຂ່າຍແຮງຕໍ່າ 0.4KV ລວງຍາວບໍ່ເກີນ 500m ໃຊ້ເວລາລວມບໍ່ເກີນ 35 ວັນ ລັດຖະການ

3.1

ລັດວິສາຫະກິດໄຟຟ້າລາວຫຼຸດຂັ້ນຕອນການບໍລິ ການຕິດຕັ້ງໝໍ້ນັບໄຟ, ກໍ່ສ້າງຕາຂ່າຍ 22/0.4 KV ແລະ ຕິດຕັ້ງໝໍ້ແປງໄຟຟ້າ ໃນທົ່ວປະເທດ ຈາກ 6 ຂັ້ນຕອນ ເຫຼືອ 3 ຂັ້ນຕອນ.

(ອີງຕາມຂໍ້ກໍານົດວ່າດ້ວຍການປັງປຸງຂັ້ນຕອນການ ບໍລິການຕິດຕັ້ງໝໍ້ນັບໄຟ, ການກໍ່ສ້າງຕາຂ່າຍໄຟຟ້າ ແລະ ຕິດຕັ້ງໝໍ້ແປງໄຟຟ້າ, ສະບັບເລກທີ 3578/ ຟຟລ, ລົງວັນທີ 7 ກັນຍາ 2018)

3.2

ການຂໍຕິດຕັ້ງແຕ່ສະເພາະໝໍ້ນັບໄຟໂດຍບໍ່ມີການກໍ່ ສ້າງຕາຂ່າຍ ໃຊ້ເວລາບໍ່ເກີນ 7 ວັນ ລັດຖະການ

3.3

ການຂໍຕິດຕັ້ງໝໍ້ນັບໄຟທີ່ມີການຕິດຕັ້ງໝໍ້ແປງໃຊ້ເວ ລາບໍ່ເກີນ 15 ວັນ ລັດຖະການ

3.4

ລັດວິສາຫະກິດໄຟຟ້າລາວໄດ້ປຶກສາຫາລືກັບບັນດາ ບໍລິສັດບໍລິການການຕິດຕັ້ງໄຟຟ້າ ໃຫ້ປັບປຸງການບໍລິການຕິດຕັ້ງໄຟຟ້າ ໃຫ້ລູກຄ້າຂອງຕົນໄວຂຶ້ນກວ່າເກົ່າ ແລະ ຈະສຶບຕໍ່ປຶກສາຫາລື ແລະ ຫາແນວທາງແກ້ ໄຂຮ່ວມກັນ.

3.5

ທ່ານສາມາດພົວພັນເອົາເອກະສານຂໍນຳໃຊ້ໄຟຟ້າ ແລະ ຍື່ນເອກະສານ ແລະ ຊຳລະຄ່າບໍລິການຕິດຕັ້ງ ໝໍ້ໄຟ ໄດ້ທັງ 6 ສາຂາ ແລະ ສູນບໍລິການຮັບເງິນຄ່າ ກະແສໄຟຟ້າ ທີ່ນະຄອນຫຼວງວຽງຈັນ ຫຼື ສາມາດດາວ ໂຫຼດເອກະສານໄດ້ຈາກ: www.edl.lao.com

3.6

ໄດ້ມີສູນບໍລິການສ້ອມແປງໄຟຟ້າສຸກເສີນ, ສູນສາຍດ່ວນ 1199 (Call Center) ແລະ ມີໂຄງການ Smart Meter (ໝໍ້ນັບໄຟແບບທັນສະໄໝ, ສາມາດເກັບກຳ ແລະ ສົ່ງຂໍ້ມູນການນຳໃຊ້ໄຟຟ້າແບບອັດຕະໂນມັດ).