ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການຊຳລະອາກອນ

ລ/ດ

ຄຳຖາມ

ຄຳຕອບ

1 ປະຈຸບັນລະບົບ Taxris (ລະບົບຄຸ້ມຄອງການແຈ້ງມອບອາກອນ) ນໍາໃຊ້ໄດ້ຈັກແຂວງແລ້ວ ທົ່ວປະເທດ (18 ແຂວງ).
2 ລະບົບ EasyTax ແມ່ນຫຍັງ? ລະບົບຊຳລະອາກອນ ຜ່ານຊ່ອງທາງຕ່າງໆຂອງທະນາຄານ.  
3 ການແຈ້ງອາກອນໃນປະຈຸບັນ ມີຈັກຊ່ອງທາງ ? 2 ຊ່ອງທາງ ຄື: ຜ່ານປ່ອງບໍລິການສ່ວຍສາອາກອນ ແລະຜ່ານ ເອເລັກໂຕນິກ (Tax online).  
4 ຖ້າແຈ້ງມອບອາກອນຊັກຊ້າ ຈະເປັນມີການປັບໃຫມບໍ? ປັບໃຫມຕາມ ກົດຫມາຍສ່ວຍສາອາກອນກຳນົດໄວ້ ໄປຕາມແຕ່ລະກໍລະນີ 
5 ການຊຳລະອາກອນໃນປະຈຸບັນມີຈັກຊ່ອງທາງ? 3 ຊ່ອງທາງ ຄື: ຜ່ານຄັງເງິນແຫ່ງຊາດ, ຜ່ານທະນາຄານ ແລະຜ່ານ ເອເລັກໂຕນິກ (EasyTax). 
6 ການຊໍຳລະອາກອນຜ່ານລະບົບທະນາຄານ ມີຈັກຊ່ອງທາງ? 5 ຊ່ອງທາງຄື: ຜ່ານປ່ອງບໍລິການ, Mobile Banking, Internet Banking, ATM ແລະ SMS. 
7 ປະຈຸບັນ ມີຈັກທະນາຄານ ທີ່ສາມາດຊຳລະອາກອນໄດ້? 5 ທະນາຄານຄື ທະນາຄານການຄ້າຕ່າງປະເທດລາວ, ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ, ທະນາຄານ ຮ່ວມທຸລະກິດລາວຫວຽດ ແລະ ທະນາຄານຫວຽດຕິນ. 
8 ປະຈຸບັນ ສາມາດແຈ້ງ ແລະຊຳລະອາກອນໄດ້ 24 ຊົ່ວໂມງ ບໍ່ເວັ້ນວັນຢຸດ ຫລືວັນພັກລັດຖະການ? ແມ່ນ. 
9 ສາມາດແຈ້ງມອບອາກອນ ຢູ່ຫ້ອງການອາກອນຂອງແຂວງອື່ນໄດ້ບໍ? ສາມາດແຈ້ງໄດ້ ແຕ່ຕ້ອງມອບເຂົ້າບັນຊີລາຍຮັບຂອງແຂວງທີ່ ບໍລິສັດຂື້ນທະບຽນນຳ. 
10 ທ່ານສາມາດຂໍລະຫັດຜ່ານ ເພື່ອແຈ້ງອາກອນດ້ວຍຕົນເອງ ວິທີໃດ? 2 ວິທີ ເຮັດໃບສະຫມັກນຳໃຊ້ ແລະ ສະຫມັກຜ່ານເວັບໄຊ ຜ່ານ http://taxservice.mof.gov.la.
11 ໃນກໍລະນີ ບໍລິສັດຖືກຍົກເວັ້ນອາກອນ ຈະໄດ້ແຈ້ງອາກອນເປັນປົກກະຕິບໍ? ຕ້ອງແຈ້ງເປັນປົກກະຕິ ຕາມລະບຽບກົດຫມາຍ.