ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການປົກປ້ອງຜູ້ລົງທຶນລາຍຍ່ອຍ

ລ/ດ

ຄຳຖາມ

ຄຳຕອບ

1 ອົງການຄຸ້ມຄອງວຽກງານຫຼັກຊັບ ແມ່ນໃຜ ແລະ ເຮັດໜ້າທີ່ຫຍັງ? ຄະນະກໍາມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ: “ຄຄຊ” ແມ່ນການຈັດຕັ້ງໜຶ່ງຂອງລັດຖະບານ ມີພາລະບົດບາດ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຫຼັກຊັບ ຢ່າງລວມສູນໃນຂອບເຂດທົ່ວປະເທດ ເປັນຕົ້ນແມ່ນ ການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຫຼັກຊັບ ໃຫ້ມີປະສິດທິພາບ, ແນໃສ່ເຮັດໃຫ້ການລະດົມທຶນ ແລະ ການພັດທະນາຕະຫຼາດຫຼັກຊັບ ມີການເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ຄຄຊ ມີສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ: “ສຄຄຊ” ເປັນກົງຈັກຊ່ວຍວຽກ. ສຄຄຊ ແມ່ນການຈັດຕັ້ງໜຶ່ງ ທີ່ມີຖານະທຽບເທົ່າກົມ ຢູ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງ ຄຄຊ ຊຶ່ງມີພາລະບົດບາດເປັນກົງຈັກຊ່ວຍວຽກໃຫ້ແກ່ ຄຄຊ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໃນແຕ່ລະໄລຍະ.
2 ຕະຫຼາດການເງິນ ແມ່ນຫຍັງ? ຕະຫຼາດການເງິນ (Financial Market) ແມ່ນຕະຫຼາດ ທີ່ເຮັດໜ້າທີ່ໃນການເຊື່ອມໂຍງ ລະຫວ່າງຜູ້ທີ່ມີເງິນເຫຼືອ ແລະ ຜູ້ທີ່ຕ້ອງການເງິນ ໃຫ້ມາພົບກັນ ຊຶ່ງສາມາດແບ່ງອອກເປັນ 2 ປະເພດຄື: ຕະຫຼາດເງິນ (Money market) ແລະ ຕະຫຼາດທຶນ (Capital market).
ຕະຫຼາດເງິນ: ແມ່ນຕະຫຼາດທີ່ດຳເນີນທຸລະກິດທາງດ້ານການເງິນ ດ້ວຍການນຳໃຊ້ເຄື່ອງມືທາງດ້ານການເງິນໄລຍະສັ້ນທີ່ມີສະພາບຄ່ອງສູງ ແລະ ມີວັນຄົບກຳນົດສັ້ນໆໃນການລະດົມທຶນ ເຊັ່ນ: ໃບເງິນຝາກປ່ຽນມືໄດ້ (Certificate of Deposits), ໃບເງິນການຄ້າ (Commercial Paper), ໃບສັນຍາຊື້ຄືນ (Repurchase Agreements), ໃບສັນຍາໃຊ້ໜີ້ (Promissory Note) ແລະ ທຸລະກຳທາງດ້ານການເງິນ ອື່ນໆທີ່ກ່ຽວຂ້ອງ, ຫຼືເວົ້າອີກຢ່າງໜຶ່ງວ່າ ຕະຫຼາດເງິນ ແມ່ນຂະບວນການຈັດສັນແຫຼ່ງທຶນໄລຍະສັ້ນແບບທາງອ້ອມ ລະຫວ່າງ ຜູ້ທີ່ຕ້ອງການທຶນ (ຜູ້ກູ້) ກັບຜູ້ສະສົມທຶນ (ຜູ້ຝາກເງິນ) ໂດຍມີທະນາຄານທຸລະກິດເປັນໃຈກາງໃນການລະດົມເງິນຝາກ ແລະ ປ່ອຍສິນເຊື່ອ. ທຶນທີ່ກູ້ຈາກທະນາຄານທຸລະກິດສ່ວນໃຫຍ່ແມ່ນນຳໃຊ້ເປັນທຶນໝູນວຽນເພື່ອເຄື່ອນໄຫວທຸລະກິດ ຫຼື ດັດສົມສະພາບຄ່ອງທາງດ້ານການເງິນໄລຍະສັ້ນ.
ຕະຫຼາດທຶນ: ແມ່ນຕະຫຼາດລະດົມທຶນໄລຍະຍາວ ຫຼືເວົ້າອີກຢ່າງໜຶ່ງວ່າ ຕະຫຼາດທຶນ ແມ່ນຂະບວນການຈັດສັນທຶນໄລຍະຍາວແບບທາງກົງ ລະຫວ່າງ ພາກສ່ວນທີ່ຕ້ອງການນຳໃຊ້ທຶນ ເຊັ່ນ: ລັດຖະບານ ຫຼື ບັນດາຫົວໜ່ວຍວິສາຫະກິດ (ບໍລິສັດເອກະຊົນ) ແລະ ພາກສ່ວນທີ່ມີທຶນສະສົມ ເຊັ່ນ: ຜູ້ລົງທຶນປະເພດບຸກຄົນ ຫຼື ປະເພດສະຖາບັນ. ການລະດົມຜ່ານຕະຫຼາດທຶນ ສາມາດຈັດຕັ້ງປະຕິບັດດ້ວຍການອອກຈຳໜ່າຍຫຼັກຊັບ (ຮຸ້ນ, ພັນທະບັດ, ຮຸ້ນກູ້ ແລະ ຫຼັກຊັບອື່ນ) ເພື່ອນຳໃຊ້ທຶນທີ່ລະດົມມານັ້ນ ເຂົ້າໃນການລົງທຶນໄລຍະຍາວ ເປັນຕົ້ນ ລົງທຶນໃສ່ການກໍ່ສ້າງໂຮງງານ, ຂະຫຍາຍຖານການຜະລິດ ແລະ ບໍລິການ ຫຼື ການກໍ່ສ້າງພື້ນຖານໂຄງລ່າງ.
ຕະຫຼາດທຶນລວມມີ ຕະຫຼາດຫຼັກຊັບ ທີ່ເຮັດໜ້າທີ່ເປັນສູນກາງໃຫ້ບໍລິການຊື້-ຂາຍຫຼັກຊັບ, ສະສາງ-ຊຳລະ ແລະ ຮັບຝາກຫຼັກຊັບ ຂອງບໍລິສັດທີ່ນຳເອົາຫຼັກຊັບຂອງຕົນເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ.
  
3 ຖ້າພົບເຫັນ ຫຼື ສົງໄສ ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານຫຼັກຊັບ ສາມາດຮ້ອງຟ້ອງ ຫຼື ແຈ້ງຄວາມ ໄດ້ແນວໃດ?
ຖ້າພົບເຫັນ ຫຼື ສົງໄສ ບຸກຄົນ ຫຼື ນິຕິບຸກຄົນ ທີ່ລະເມີດລະບຽບກົດໝາຍກ່ຽວກັບວຽກງານຫຼັກຊັບ ສາມາດຮ້ອງຟ້ອງ ຫຼື ແຈ້ງຄວາມ ຕາມຊ່ອງທາງ ດັ່ງນີ້:
1) ມາດ້ວຍຕົນເອງ:
– ທ່ານສາມາດເຂົ້າມາຮ້ອງຟ້ອງ ຫຼື ແຈ້ງຄວາມ ດ້ວຍຕົນເອງໃນໂມງລັດຖະການ ຢູ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ບ້ານ ໂພນສະອາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ;
– ມີພະນັກງານຜູ້ຮັບຜິດຊອບຂອງສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕອບຮັບທ່ານ ແລະ ບັນທຶກຂໍ້ມູນຂອງຜູ້ຮ້ອງຟ້ອງ ຫຼື ແຈ້ງຄວາມ.
2) ໄປສະນີ:
– ທ່ານສາມາດດາວໂຫຼດເອົາແບບຟອມຈາກຊື່ເວັບໄຊ໌ www.lsc.gov.la ຂອງ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ);
– ປະກອບຂໍ້ມູນທີ່ທ່ານຈະ ຮ້ອງຟ້ອງ ຫຼື ແຈ້ງຄວາມ ເຂົ້າໃນແບບຟອມແບບຟອມທີ່ກຳນົດໄວ້ ຢ່າງຄົບຖ້ວນ;
– ສົ່ງການຮ້ອງຟ້ອງ ຫຼື ແຈ້ງຄວາມ ຂອງທ່ານ ມາຕາມທີ່ຢູ່ຕູ້ໄປສະນີ P.O Box 5761.
3) ໂທລະສັບ:
– ທ່ານສາມາດໂທລະສັບ ຕາມເລກໝາຍ 1602 (ສາຍດ່ວນ) ໃນໂມງລັດຖະການ ເລີ່ມນັບແຕ່ 08:00-16:00 ໂດຍການໂທຂອງທ່ານໃນແຕ່ລະຄັ້ງແມ່ນຈະບໍ່ໄດ້ເສຍຄ່າໂທ;
– ມີພະນັກງານຜູ້ຮັບຜິດຊອບຂອງສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮັບສາຍຂອງທ່ານ ເພື່ອບັນທຶກຂໍ້ມູນຂອງການຮ້ອງຟ້ອງ ຫຼື ແຈ້ງຄວາມາໃນແຕ່ລະຄັ້ງ.
4) ອີເມວ ແລະ ເວັບໄຊ:
4.1) ທາງ E-Mail
– ທ່ານສາມາດ ດາວໂຫຼດເອົາແບບຟອມຈາກຊື່ເວັບໄຊ www.lsc.gov.la ຂອງສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ);
– ປະກອບຂໍ້ມູນທີ່ທ່ານຈະ ຮ້ອງຟ້ອງ ຫຼື ແຈ້ງຄວາມ ເຂົ້າໃນແບບຟອມທີ່ກຳນົດໄວ້ຢ່າງຄົບຖ້ວນ;
– ສົ່ງການຮ້ອງຟ້ອງ ຫຼື ແຈ້ງຄວາມຂອງທ່ານ ຕາມທີ່ຢູ່ອີເມວ complain@lsc.gov.la ຊຶ່ງ ອີເມວ ດັ່ງກ່າວຈະຖືກເກັບໃນຖານຂໍ້ມູນອີເມວ (Mail Server) ຂອງສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ).
4.2) ທາງເວັບໄຊ (Website)
– ທ່ານສາມາດເຂົ້າໄປໃນລະບົບເວັບໄຊ www.lsc.gov.la ຂອງ ສໍານັກງານ ຄຄຊ ໂດຍເຂົ້າໄປໃນໜ້າຕ່າງຂອງເວັບໄຊ ແລະ ເລືອກເມນູ ການຮ້ອງຟ້ອງ ຫຼື ແຈ້ງຄວາມ ແລ້ວຈະເຫັນແບບຟອມ;
– ຕື່ມເນື້ອໃນ ທີ່ທ່ານຕ້ອງການຈະຮ້ອງຟ້ອງ ຫຼື ແຈ້ງຄວາມ ເຂົ້າໄປໃນເນື້ອໃນດັ່ງກ່າວໃຫ້ຄົບຖ້ວນ.