ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການຄ້າລະຫວ່າງປະເທດ

ລ/ດ

ຄຳຖາມ

ຄຳຕອບ

1 ຄົນຕ່າງປະເທດສາມາດເຮັດທຸລະກິດຢູ່ລາວໄດ້ບໍ່? ໄດ້. ແຕ່ກໍຂື້ນກັບປະເພດທຸລະກິດ. ກົດທີ່ນີ້ https://www.laotradeportal.gov.la/index.php?r=site/display&id=494#.VdFK1IZmWos ເພື່ອເບິ່ງທຸລະກິດທີ່ຄົນຕ່າງປະເທດສາມາດລົງທຶນຢູ່ ສປປ ລາວໄດ້.
2 ຊ່ວຍແນະນໍາຂັ້ນຕອນການນໍາເຂົ້າໝາກໄມ້ ແລະ ຜັກໃຫ້ໄດ້ບໍ? ສໍາລັບຂັ້ນຕອນການນໍາເຂົ້າໝາກໄມ້, ຜັກ ແລະ ຜະລິດຕະພັນກະສິກໍາອື່ນໆເຂົ້າໃນລາວແມ່ນຈະຕ້ອງໄດ້ຂໍຈົດທະບຽນກັບກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ກ່ອນ. ກົດທີ່ນີ້ https://www.laotradeportal.gov.la/index.php?r=searchProcedure/view1&id=15 ເພື່ອເບິ່ງຂັ້ນຕອນລະອຽດ.  
3 ຂ້າພະເຈົ້າກໍາລັງຊອກຫາຄູ່ຄ້າໃນລາວ. ທ່ານຊ່ວຍແນະນຳໃຫ້ໄດ້ບໍ່? ສູນຂໍ້ມູນຂ່າວສານທາງດ້ານການຄ້າບໍ່ມີຂໍ້ມູນຕິດຕໍ່ ຫຼື ລາຍຊື່ບໍລິສັດ. ພວກເຮົາແມ່ນເວັບໄຊ້ທາງການ ທີ່ສະໜອງຂໍ້ມູນກ່ຽວກັບກົດໝາຍ, ລະບຽບການ, ແລະ ຂັ້ນຕອນຕ່າງໆກ່ຽວກັບການນຳເຂົ້າ-ສົ່ງອອກສິນຄ້າ, ສິດທິເສດທາງດ້ານການຄ້າ, SPS/TBT, ມາດຕະການ, ມາດຕະຖານ, ຂໍ້ກໍານົດຕ່າງໆ, ແລະ ອັດຕາພາສີ ຢູ່ ສປປ ລາວ.
ດັ່ງນັ້ນ, ຖ້າທ່ານຕ້ອງການຊອກຫາຄູ່ຄ້າ ພວກເຮົາຂໍແນະນໍາໃຫ້ທ່ານເຂົ້າໄປທີ່ເວັບໄຊ້ ສະພາອຸດສາຫະກໍາ ແລະ ການຄ້າແຫ່ງຊາດ.
 
4 ທ່ານຊ່ວຍໃຫ້ຂໍ້ມູນອັດຕາພາສີນໍາສິນຄ້າເຂົ້າມາລາວໄດ້ບໍ? ທ່ານສາມາດເບິ່ງອັດຕາພາສີນໍາເຂົ້າສິນຄ້າມາລາວໄດ້ໂດຍການ ກົດທີ່ນີ້ https://www.laotradeportal.gov.la/index.php?r=tradeInfo/index  
5 ສິນຄ້າປະເພດໃດແດ່ ທີ່ຕ້ອງຂໍອະນຸຍາດນໍາເຂົ້າ? ກົດທີ່ນີ້ https://www.laotradeportal.gov.la/index.php?r=site/display&id=73 ເພື່ອເບິ່ງລາຍການສິນຄ້າທີ່ຕ້ອງຂໍອະນຸຍາດນໍາເຂົ້າ.