Close

ບົດລາຍງານແຜນການປະຕິຮູບການລົງທຶນຢູ່ລາວ

ກອງປະຊຸມປຶກສາຫາລືຮ່າງບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ (Investment Reform Map “IRM” Report) ຈັດຂຶ້ນວັນທີ 16 ພຶດສະພາ 2019 ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງ ທ່ານນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ມີບັນດາກົມ ພະແນກການ ວິຊາການ ຊ່ຽວຊານອາວຸໂສພາກເອກະຊົນ ຊ່ຽວຊານນະໂຍບາຍການລົງທຶນກຸ່ມທະນາຄານໂລກ (WB) ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ.

ທ່ານນາງ ຄຳຈັນ ວົງແສງບູນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 2 ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການລົງທຶນ ທັງພາຍໃນແລະຕ່າງປະເທດ ເຊິ່ງໄດ້ຮັບການຊ່ວຍເຫລືອດ້ານການສຶກສາຈາກກຸ່ມ WB ແຜນການປະຕິຮູບການລົງທຶນ (IRM) ແມ່ນກົນໄກທີ່ສຳຄັນສຳລັບການປຶກສາຫາລື ເພື່ອພັດທະນານະໂຍບາຍການລົງທຶນ ທີ່ຈຳເປັນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ສາມາດຊ່ວຍໃຫ້ປະເທດທີ່ຕ້ອງການພັດທະນາ ແລະ ດຶງດູດການລົງທຶນ ສະໜັບສະໜູນກະຊວງ ຜທ ແລະ ລັດຖະບານລາວ ເພື່ອຊີ້ແຈງສະພາບທ່າແຮງ ເສດຖະກິດປັດຈຸບັນທີ່ເຊື່ອມໂຍງກັບ ເສດຖະກິດໂລກ ແຜນການປະຕິຮູບການລົງທຶນ ສາມາດສະແດງບົດບາດຂອງການລົງທຶນໂດຍກົງ ຂອງຕ່າງປະເທດໃນ ສປປ ລາວ ທ່າອ່ຽງປະເພດ ແລະ ຄວາມບົກຜ່ອງຂອງການລົງທຶນໂດຍກົງຂອງຕ່າງປະເທດ ການວິເຄາະດ້ານລະບຽບການກົດໝາຍສະຖາບັນ ແລະນະໂຍບາຍການສົ່ງເສີມການລົງທຶນ ສາມາດສັງລວມເປັນບົດລາຍງານການປະຕິຮູບການລົງທຶນ ເພື່ອຊ່ວຍໃຫ້ການພິຈາລະນາມີການປັບປຸງແຜນຍຸດທະສາດ ການລົງທຶນຂອງລັດຖະບານລາວໃນຕໍ່ຫນ້າ.

ໄລຍະຜ່ານມາ ສປປ ລາວ ຍັງບໍ່ໄດ້ມີແຜນການປະຕິຮູບການລົງທຶນຢ່າງຈະແຈ້ງ ແລະ ມີແບບແຜນ ແຜນການປັບປຸງການລົງທຶນ ອາດຊ່ວຍໃຫ້ເພີ່ມການລົງທຶນໂດຍກົງຈາກຕ່າງປະເທດ ສ້າງຄວາມເຊື່ອໝັ້ນ ໂດຍອາໄສຂໍ້ມູນດ້ານຕົວຊີ້ວັດ ໃນການສົ່ງເສີມບັນຍາກາດໃນການເຮັດທຸລະກິດ ເຊັ່ນ: ການອຳນວຍຄວາມສະດວກ ໃນການດຳເນີນທຸລະກິດ ເຊິ່ງແມ່ນຄຳສັ່ງເລກທີ 02/ນຍ ຄວາມກະຈ່າງແຈ້ງດ້ານນິຕິກຳ ທີ່ຕິດພັນກັບການດຳເນີນທຸລະກິດ ຂໍ້ມູນຂ່າວສານດ້ານເສດຖະກິດ ແຫລ່ງຊັບພະຍາກອນທຳມະຊາດ ໂຄງລ່າງພື້ນຖານ ໄຟຟ້າ ນ້ຳປະປາ ລະບົບສາທາລະນຸປະໂພກ ສະຖາບັນການເງິນ – ທະນາຄານ ສິດນຳໃຊ້ທີິ່ດິນ ໄລຍະເວລາການລົງທຶນ ແລະ ຂັ້ນຕອນການດຳເນີນງານ ເວລາ ຄ່າໃຊ້ຈ່າຍຕ່າງໆ ຕ້ອງມີລະບຽບການລົງທຶນເປັນເອກະພາບ.

#vientianemai