ການເຂົ້າເຖິງສິນເຊື່ອ

5.1

ທະນາຄານ ແຫ່ງ ສປປ ລາວ ໄດ້ສ້າງແຜນປັບປຸງການ ເຂົ້າຫາສິນເຊື່ອ ຄື:

– ພາຍໃນ 1-2 ປີໂດຍຈະປັບປຸງກອບນິຕິກຳທີ່ກ່ຽວ ຂ້ອງຮ່ວມກັບກະຊວງຍຸຕິທຳ ເຊັ່ນ: ກົດໝາຍວ່າດ້ວຍ ການຄ້ຳປະກັນທາງສັນຍາ ແລະ ກົດໝາຍວ່າດ້ວຍ ການລົ້ມລະລາຍ.

– ຈະສ້າງຖານຂໍ້ມູນຂ່າວສານດ້ານສິນເຊື່ອໃຫ້ກວ້າງ ອອກ ໂດຍລວມເອົາບັນດາຂໍ້ມູນດ້ານສາທາລະນຸປະ ໂພກ (ໄຟຟ້າ, ນ້ຳປະປາ, ແລະ ໂທລະສັບ) ເພື່ອສ້າງ ຜະລິດຕະພັນຂໍ້ມູນຂ່າວສານສິນເຊື່ອ.

5.2

ຫ້ອງການຈົດທະບຽນຄ້ຳປະກັນສຳລັບສັງຫາລິມະຊັບ ທີ່ກະຊວງການເງິນໄດ້ຂະຫຍາຍການບໍລິການໄປທົ່ວ ປະເທດ ຄື:

– ນຳໃຊ້ການຈົດທະບຽນຜ່ານລະບົບອອນລາຍ ຜ່ານເວບໄຊ
https://www.mof.gov.la/str/en_index.html

– ການບໍລິການຄ້ຳປະກັນການໃຫ້ສິນເຊື່ອດ້ວຍຊັບສິນ ທີ່ເປັນສັງຫາລິມະຊັບໄດ້ເປີດການບໍລິການແຕ່ທ້າຍ ປີ 2013 ເປັນຕົ້ນມາ. ມີຜູ້ມາຈົດທະບຽນຕົ້ນຕໍ ແມ່ນ ທະ ນາຄານ, ບໍລິສັດສິນເຊື່ອ ແລະ ສະຖາບັນການ ເງິນຈຸລະພາກຊັບສິນ ແລະ ຊັບສິນທີ່ເປັນສັງຫາລິມະ ຊັບ ທີ່ຮັບເອົາແມ່ນ ຍານພາຫະນະ, ເຄື່ອງຈັກ ແລະ ບັນຊີໜີ້ຕ້ອງຮັບ. ມາຮອດປະຈຸບັນ ມູນຄ່າສິນເຊື່ອທີ່ ຄ້ຳປະກັນດ້ວຍສັງຫາລິມະຊັບທີ່ຈົດທະບຽນແມ່ນ ຫຼາຍກວ່າ 30 ຕື້ ໂດລາສະຫະລັດ.