ການຈົດທະບຽນຊັບສິນ

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ສ້າງແຜນປັບປຸງບັນດານິຕິກຳ ທີ່ຕິດພັນກັບການຄຸ້ມຄອງທີ່ດິນ ແລະ ການບໍລິການດັ່ງນີ້:

4.1

ໄດ້ພັດທະນາລະບົບການຄຸ້ມຄອງບໍລິຫານທີ່ດິນ ໃຫ້ຫັນເປັນທັນສະໄໝ ໂດຍສະເພາະລະບົບຖານຂໍ້ມູນອິເລັກໂຕຣນິກໃນທົ່ວປະເທດ ຊຶ່ງໄດ້ພັດທະນາ ແລະ ໄດ້ນຳໃຊ້ລະບົບດີຈິຕອນ ລາວແລນເລັກ (Digital Lao Land Reg) ເຂົ້າໃນການຂຶ້ນທະບຽນ ແລະ ຈົດ ທະບຽນນິຕິກຳກ່ຽວກັບທີ່ດິນ ແລະ ສາມາດເຊື່ອມກັບກ້ອງວັດແທກທີ່ດິນແບບທັນສະໄໝ ຫຼື ກ້ອງ GNSS RTK. ໃນປະຈຸບັນມີກ້ອງ GNSS RTK ຈຳນວນ 103 ຊຸດ ທີ່ຖືກນຳໃຊ້ໃນຂອບເຂດທົ່ວປະເທດ ແລະ ຍັງສາມາດເຊື່ອມກັບສະຖານີຮັບສັນຍານດາວທຽມ (Core Station) ທີ່ໄດ້ຕິດຕັ້ງຢູ່ບັນດາແຂວງແລ້ວຈຳນວນ 17 ສະຖານີ ແລະ ໃນປີ 2019 ຈະສ້າງສະຖານີດັ່ງກ່າວຕື່ມອີກ 21 ສະຖານີ.

4.2

ໄດ້ເອົານິຕິກຳ, ລະບຽບກົດໝາຍ, ມາດຕະຖານ ການໃຫ້ບໍລິການ, ເຂດປະເມີນມູນຄ່າທີ່ດິນ ແລະ ສິ່ງປຸກສ້າງ, ວິທີ ແລະ ການຄິດໄລ່ຄ່າທຳນຽມ, ການຮ້ອງຟ້ອງ ແລະ ແບບຟອມການຊື້-ຂາຍ, ການຈົດທະບຽນຊັບສິນ ແລະ ອື່ນໆ ລົງເວບໄຊຂອງກະຊວງ

(www.monre.gov.la)

4.3

ໄດ້ສ້າງສູນບໍລິການທີ່ດິນ ຢູ່ 3 ແຂວງ 6 ຈຸດ ເພື່ອ ໃຫ້ເປັນລະບົບບໍລິການປະຕູດຽວແລະການຊຳ ລະຄ່າໃຊ້ຈ່າຍຕ່າງໆຜ່ານລະບົບທະນາຄານ, ຄາດວ່າຈະໃຫ້ການບໍລິການໄດ້2ແຂວງຄື: ນະຄອນຫຼວງວຽງຈັນ ແລະ ແຂວງໄຊຍະບູລີ.