ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການຈົດທະບຽນນິຕິກໍາກ່ຽວກັບທີ່ດິນ

ລ/ດ

ຄຳຖາມ

ຄຳຕອບ

1 ຈະຊື້ ຫຼື ດາວໂຫລດ ເອກະສານ ການຈົດທະບຽນນິຕິກໍາກ່ຽວກັບທີ່ດິນ ໄດ້ຈາກໃສ? ຈາກເວັບໄຊທ໌ (http://dol.monre.gov.la)  ຫຼື ພະແນກ ພຊສແຂວງ, ນະຄອນຫຼວງ ຫຼື ຫ້ອງການ ຊສ ເມືອງ, ນະຄອນຫຼວງ.
2 ເອກະສານການຂໍຈົດທະບຽນນິຕິກໍາກ່ຽວກັບທີ່ດິນມີຫຍັງແດ່? ການຈົດທະບຽນປ່ຽນແປງສິດນໍາໃຊ້ທີ່ດິນ ປະກອບມີ: ຄໍາຮ້ອງຂໍຈົດທະບຽນທີ່ດິນ (ທບ 01) ຫຼື ຄໍາຮ້ອງຂໍຈົດທະບຽນແບ່ງແຍກ/ໂຮມຕອນດິນເຂົ້າກັນ (ທບ 13); ສັນຍາມອບໂອນສິດນໍາໃຊ້ທີ່ດິນ ແລະ ເຮືອນ (ທບ 02); ໃບສະເໜີຂໍອອກໃບຢັ້ງຢືນຄວາມຖືກຕ້ອງຂອງໃບຕາດິນ; ໃບຢັ້ງຢືນຮັບປະກັນ; ໃບຢັ້ງຢືນສາຍຍາດຂອງຜູ້ຊື້ ແລະ ຜູ້ຂາຍ; ໃບຕາດິນ; ສຳເນົາສຳມະໂນຄົວ, ໃບຢັ້ງຢືນທີ່ຢູ່ ຫຼື ສໍາເນົາບັດປະຈໍາຕົວ ຂອງຜູ້ຊື້ ແລະ ຜູ້ຂາຍ; ສຳເນົາໃບຮັບເງີນຄ່າພາສາທີ່ດິນ.  ການຈົດທະບຽນເຄືອນໄຫວສິດນໍາໃຊ້ທີ່ດິນ ປະກອບມີ: ສັນຍາຄໍ້າປະກັນກູ້ຢືມ ຫຼື ສັນຍາເຊົ່າ….ໃບຕາດິນ  
3 ຍື່ນເອກະສານການຈົດທະບຽນກ່ຽວກັບທີ່ດິນຢູ່ໃສ? ຫ້ອງການປະຕູດຽວ ຂອງ ເມືອງ, ນະຄອນຫຼວງ ຫລື ພະແນກ ຊສ ແຂວງ, ນະຄອນຫຼວງ.  
4 ການຈັດຕັ້ງໃດ ຮັບຜິດຊອບໃນອະນຸມັດການຈົດທະບຽນກ່ຽວກັບທີ່ດິນ? ຫ້ອງການ ຊສ ເມືອງ, ນະຄອນຫຼວງ ທີ່ໄດ້ຮັບມອບໝາຍ ຫຼື ພະແນກ ຊສ ແຂວງ, ນະຄອນຫຼວງ ເປັນຜູ້ອະນຸມັດ.  
5 ການຈົດທະບຽນນິຕິກໍາກ່ຽວກັບທີ່ດິນເວລາເທົ່າໃດ? ຈົດທະບຽນການເຄື່ອນໄຫວສິດນໍາໃຊ້ທີ່ດິນ ບໍ່ເກີນ 3 ວັນລັດຖະການນັບຈາກມື້ຍື່ນເອກະ ສານ; ຈົດທະບຽນສິດນໍາໃຊ້ທີ່ດິນ (ຊື້ຂາຍ, ມອບຊັບ, ຍົກຊັບ, ສືບທອດມູນມໍລະດົກ ແລະ ແລກປ່ຽນ) ບໍ່ເກີນ 15 ວັນລັດຖະການນັບຈາກມື້ຍື່ນເອກະ ສານ; ຈົດທະບຽນແບ່ງແຍກ/ລວມຕອນດິນເຂົ້າກັນ (ຊື້ຂາຍ, ມອບຊັບ, ຍົກຊັບ, ສືບທອດມູນມໍລະດົກ ແລະ ແລກປ່ຽນ) ບໍ່ເກີນ 45 ວັນລັດຖະການ ນັບຈາກມື້ຍື່ນເອກະສານ.

# ໝາຍເຫດ: ຊສ ແມ່ນ ຊັບພະຍາກອນ ແລະ ສິ່ງແວດລ້ອມ