Close

ລາວມີຄວາມຄືບຫນ້າໃນການປັບປຸງການຂໍອະນຸຍາດປຸກສ້າງ

ເພື່ອສ້າງຄວາມຮັບຮູ້ກ່ຽວກັບບັນດາລະບຽບ ແລະ ຂັ້ນຕອນໃນການຂໍອະນຸຍາດປຸກສ້າງໃໝ່ ແລະ ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບຫ້ອງວ່າການອົງການປົກຄອງນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງດ້ານລະບຽບການໃນການຄຸ້ມຄອງ ການປຸກສ້າງ (ສະບັບປັບປຸງ) ຂຶ້ນວັນທີ 7 ກຸມພາ 2020 ທີ່ໂຮງແຮມດອນຈັນພລາເລດ ເປັນປະທານ ຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ຫົວຫນ້າພະແນກແຜນການແລະການລົງທຶນ ນະຄອນຫລວງ ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທີການແລະຂົນສົ່ງ ມີ ທ່ານ ພົງສະຫວັນ ພົມກອງ ຫົວຫນ້າຫ້ອງການອົງການການເງິນສາກົນ ຫົວຫນ້າ ຮອງພະແນກການອ້ອມຂ້າງ ອຳນາດການປົກຄອງທ້ອງຖີ່ນ ຫົວຫນ່ວຍທຸລະກິດ ໃນ 4 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍ ອົງການ ການເງິນສາກົນ (IFC) ທີ່ເປັນສະມາຊິກຂອງກຸ່ມທະນາຄານໂລກ ແລະ ໃຫ້ທືນໂດຍລັດຖະບານຍີ່ປຸ່ນ.

ກະຊວງໂຍທາທິການແລະຂົນສົ່ງ ສຶບຕໍ່ຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມ ດ້ານລະບຽບການຄຸ້ມຄອງ ໂດຍການທົບທວນ ແລະ ປັບປຸງຄືນ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການປຸກສ້າງ ແລະ ຂໍ້ຕົກລົງວ່າດ້ວຍ ມາດຕະຖານເຕັກນິກ ການປຸກສ້າງສຳລັບສາງ ແລະ ປ້ຳນ້ຳມັນເຊື້ອໄຟ ທີ່ໄດ້ຖຶກຮັບຮອງໃນເດືອນມັງກອນ ປີ 2019.

ການປັບປຸງຂະບວນການຂໍອະນຸຍາດປຸກສ້າງແມ່ນຈະໃຊ້ເວລາໄວຂຶ້ນເນື່ອງຈາກໄດ້ຕັດຮອນບັນດາເອກະສານປະກອບໃຫ້ໜ້ອຍລົງ ແລະ ງ່າຍຂຶ້ນ ແລະ ຂະບວນການອະນຸຍາດສາມາດຫລຸດຈຳນວນເວລາລົງຈາກ 83 ມື້ ມາເປັນ 30 ມື້ ແລະ ນຳໃຊ້ແບບຟອມຢັ້ງຢືນຄວາມຖຶກຕ້ອງພາຍຫລັງການກໍ່ສ້າງອັນດຽວກັນ ການປັບປຸງດັ່ງກ່າວ ໄດ້ເພີ່ມຊ່ອງທາງ ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ລະບຽບການຕ່າງໆໃຫ້ມີຫລາຍປະເພດ ໂດຍສະເພາະຈາກທາງເວັບໄຊ້ ຂອງກະຊວງ ແລະ ແບບຟອມການຂໍອະນຸຍາດປຸກສ້າງກໍສາມາດດາວໂຫລດໄດ້ ຈາກເວບໄຊ (www.mpwt.gov.la).

ປັດຈຸບັນ ສປປ ລາວ ໄດ້ອັນດັບທີ 154 ຈາກ 190 ປະເທດໃນບົດລາຍງານຄວາມງ່າຍໃນການດຳເນີນທຸລະກິດ ຂອງທະນາຄານໂລກ ປະຈຳປີ 2020 ໂດຍການປະເມີນທີ່ອີງໃສ່ 10 ຕົວຊີ້ວັດການອະນຸຍາດປຸກສ້າງແມ່ນໜຶ່ງໃນບັນດາຕົວຊີ້ວັດ ທີ່ ສປປ ລາວ ໄດ້ອັນດັບທີ 99 ໃນບົດລາຍງານປີ 2020 ສປປ ລາວ ມີສອງການປະຕິຮູບທີ່ກ່ຽວກັບຕົວຊີ້ວັດ ການເລີ່ມຕົ້ນທຸລະກິດ ແລະ ການຂໍຕິດຕັ້ງໄຟຟ້າ.

ແຫລ່ງຂ່າວ: ໜັງສືພີມວຽງຈັນໃໝ່, ສະບັບວັນທີ 10 ກຸມພາ 2020