ຄຳຖາມ ແລະ ຄຳຕອບ ທີ່ມັກພົບໃນການເຂົ້າເຖິງສິນເຊື່ອ

ລ/ດ

ຄຳຖາມ

ຄຳຕອບ

1 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ (ຂສລ) ເກັບກໍາຂໍ້ມູນຫຍັງແດ່? ໃນປະຈຸບັນ ຂສລ ແມ່ນໄດ້ເກັບກໍາຂໍ້ມູນນໍາສະມາຊິກ ໂດຍປະກອບມີຂໍ້ມູນທົ່ວໄປຂອງລູກຄ້າ, ຂໍ້ມູນເງິນກູ້ ແລະ ຂໍ້ມູນຫຼັກຊັບຄໍ້າປະກັນ. ສໍາລັບທິດທາງໃນຕໍ່ໜ້ານີ້ ຂສລ ຈະໄດ້ເກັບກໍາຂໍ້ມູນຈາກບັນດາກະຊວງ ແລະ ບໍລິສັດ ສາທາລະນຸປະໂພກ ທີ່ກ່ຽວຂ້ອງຕື່ມອີກ.
2 ໃຜແດ່ສາມາດເຂົ້າເປັນສະມາຊິກຂອງ ຂສລ ໄດ້? ອີງຕາມດໍາລັດວ່າດ້ວຍວຽກງານຂໍ້ມູນຂ່າວສານສິນເຊື່ອ ສະບັບເລກທີ 224/ລບ,ລົງວັນທີ 19 ກໍລະກົດ 2019 ໃນໝວດທີ 5 ສະມາຊິກຂອງບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ມາດຕາ 29 ການເຂົ້າເປັນສະມາຊິກ ເຊິ່ງລະບຸໄວ້ວ່າ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານແຫ່ງ ສປປ ລາວ ຕ້ອງເຂົ້າເປັນສະມາຊິກຂອງບໍລິສັດ ຂສລ, ສໍາລັບນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ສາມາດສະ ເໜີເຂົ້າເປັນສະມາຊິກໄດ້ ຕາມເງື່ອນໄຂ ທີ່ ຂສລ ກໍານົດອອກແຕ່ລະໄລຍະ.   
3 ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ສາມາດປັບປຸງຂໍ້ມູນຂອງລູກຄ້າໄດ້ບໍ່? ບໍລິສັດ ຂສລ ແມ່ນບໍ່ສາມາດປັບປຸງຂໍ້ມູນລູກຄ້າໄດ້ ທຸກຂໍ້ມູນແມ່ນອີງຕາມສະມາຊິກລາຍງານເຂົ້າມາໃນລະບົບຂໍ້ມູນຂ່າວສານສິນເຊື່ອ.  
4 ນອກຈາກສະມາຊິກແລ້ວ ບຸກຄົນ ຫຼື ນິຕິບຸກຄົນທົ່ວໄປ ສາມາດຂໍຂໍ້ມູນສິນເຊື່ອໄດ້ບໍ່? ສາມາດຂໍໄດ້ ໂດຍເຂົ້າມາພົວພັນ ແລະ ປະກອບເອກະສານທີ່ ບໍລິສັດ ຂໍ້ມູນຂ່າວສານສິນເຊື່ອແຫ່ງ ສປປ ລາວ ທີ່ໄດ້ກໍານົດໄວ້.