Close

korakan

  • Home
  •  / 
  • Korakan LUANGLATH

ກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022Auto Draft

ໃນວັນທີ 15 ກຸມພາ 2021, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022 ທີ່ຕິດພັນກັບວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ ໂດຍການເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ, ຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ​ ແລະ ມີຜູ້ເຂົ້າຮ່ວມຈາກຂະແໜງການຮັບຜິດຊອບປັບປຸງຕົວຊີ້ວັດ, ຄູ່ຮ່ວມພັດທະນາສາກົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງການຂັ້ນນະຄອນຫຼວງ. ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ແມ່ນເພື່ອຄົ້ນຄວ້າ ແລະ ຈັດລຽງບຸລິມະສິດບັນດາກິດຈະກໍາໃນແຜນດໍາເນີນງານຄືນໃໝ່     ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃຫ້ສາມາດປັບປຸງຄະແນນ ແລະ ອັນດັບລວມ ຂອງ ສປປ ລາວ ໃນບົດລາຍງານປີ 2022. ອີງຕາມໜັງສືແຈ້ງຕອບ ລົງວັນທີ 17 Continue Reading

ກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ

ໃນລະຫວ່າງ ວັນທີ 16-18 ທັນວາ 2020 ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບ ການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ຊຶ່ງປະກອບມີຄະນະຮັບຜິດຊອບ ແລະ ພາກສ່ວນອື່ນເຊັ່ນ: ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ຜູ້ພິພາກສາຈາກສານປະຊາຊົນພາກກາງ, ຜູ້ພິພາກສາຈາກສານປະຊາຊົນນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກກະຊວງ ຍຸຕິທຳ ແລະ ຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ. ໃຫ້ກຽດການເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວເປີດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ຈຸດປະສົງຂອງກອງປະຊຸມແມ່ນ ສືບຕໍ່ຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມເພື່ອກະກຽມ ແລະ ສ້າງຄວາມພ້ອມ ທັງໃນດ້ານລະບຽບກົດໝາຍ Continue Reading

ການຈັດຕັ້ງປະຕິບັດການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ຕາມຄໍາສັງເລກທີ 02/ນຍ

ວັນທີ 12 ພະຈິກ 2020, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ທີ່ຕິດພັນກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການ ດຳເນີນທຸລະກິດ ຢູ່ ສປປ ລາວ ຢູ່ເມືອງປາກເຊ ແຂວງຈໍາປາສັກ. ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ພອນໄຊ ວິໄລສັກ, ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ ​ກ່າວເປີດກອງ​ປະ​ຊຸມ​. ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ແມ່ນເຜີຍແຜ່ຄວາມຄືບໜ້າໃຫ້ແກ່ພາກທຸລະກິດ ແລະ ຂະແໜງທີ່ກ່ຽວຂ້ອງຂັ້ນແຂວງ ກ່ຽວກັບການປັບປຸງນິຕິກໍາ, ລະບຽບການທີ່ໄດ້ປັບປຸງແລ້ວໃນໄລຍະ 1 ປີຜ່ານມາ ແລະ ແຜນດໍາເນີນງານ 2020-2022 ທີ່ບັນດາເຈົ້າກະຊວງໄດ້ຮັບຮອງແລ້ວ. ໃນໄລຍະທີ່ຜ່ານມາ Continue Reading

ບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຮ່າງ​ບົດ​ລາຍ​ງານ​ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ​ຢູ່ ສ​ປ​ປ ລາວ (Investment Reform Map “IRM” Report) ຈັດ​ຂຶ້ນ​ວັນ​ທີ 16 ພຶດ​ສະ​ພາ 2019 ທີ່​ໂຮງ​ແຮມ​ແລນ​ມາກ ໂດຍ​ເປັນ​ປະ​ທານ​ຂອງ ​ທ່ານນາງ ຄຳ​ຈັນ ວົງ​ແສງ​ບູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (ຜ​ທ) ມີ​ບັນ​ດາ​ກົມ​ ພະ​ແນກ​ການ ວິ​ຊາ​ການ ຊ່ຽວ​ຊານ​ອາ​ວຸ​ໂສພາກ​ເອ​ກະ​ຊົນ ຊ່ຽວ​ຊານ​ນະ​ໂຍ​ບາຍ​ການ​ລົງ​ທຶນກຸ່ມ​ທະ​ນາ​ຄານ​ໂລກ (WB) ແລະ ພາກ​ສ່ວ​ນ​ກ່ຽວ​ຂ້ອງ​ເຂົ້າ ຮ່ວມ. ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ສົ່ງ​ເສີມ​ການ​ລົງ​ທຶນ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ສຶກ​ສາ​ຈາກ​ກຸ່ມ WB ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ (IRM) ແມ່ນ​ກົນ​ໄກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື ເພື່ອ​ພັດ​ທະ​ນາ​ນະ​ໂຍ​ບາຍ​ການ​ລົງ​ທຶນ ທີ່​ຈຳ​ເປັນ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ສາ​ມາດ​ຊ່ວຍ​ໃຫ້​ປະ​ເທດ​ທີ່​ຕ້ອງ​ການ​ພັດ​ທະ​ນາ ແລະ ດຶງ​ດູດ​ການ​ລົງ​ທຶນ ສະ​ໜັບ​ສະ​ໜູນ​ກະ​ຊວງ ຜ​ທ ແລະ Continue Reading