Close

News & Updates

  • Home
  •  / 
  • News & Updates

ກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ

ໃນລະຫວ່າງ ວັນທີ 16-18 ທັນວາ 2020 ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບ ການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ຊຶ່ງປະກອບມີຄະນະຮັບຜິດຊອບ ແລະ ພາກສ່ວນອື່ນເຊັ່ນ: ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ຜູ້ພິພາກສາຈາກສານປະຊາຊົນພາກກາງ, ຜູ້ພິພາກສາຈາກສານປະຊາຊົນນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກກະຊວງ ຍຸຕິທຳ ແລະ ຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ. ໃຫ້ກຽດການເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວເປີດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ຈຸດປະສົງຂອງກອງປະຊຸມແມ່ນ ສືບຕໍ່ຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມເພື່ອກະກຽມ ແລະ ສ້າງຄວາມພ້ອມ ທັງໃນດ້ານລະບຽບກົດໝາຍ Continue Reading

Implementation of doing business reform in Lao PDR and Action Plan 2020-2022 for PM Order No.02

On 12 November 2020, the Investment Promotion Department, Ministry of Planning and Investment held a meeting to update on PM Order No.02 on regulation and coordination mechanism implementation of doing business reform in Lao PDR and Action Plan 2020-2022. The meeting was attended by representatives from various provincial government and private sectors in Pakse capital, Continue Reading

Ministry charts path for Investment Reform Map

The Investment Reform Map (IRM) is an important mechanism for the development of investment policies to attract foreign direct investment (FDI) and can assist countries that want to develop and attract investment. Speaking last week at the opening ceremony of a consultation workshop on a draft report by the Ministry of Planning and Investment on Continue Reading

Building permit workshop proves constructive for public, private sectors

Vientiane and government authorities have raised awareness about new reforms for dealing with construction permits and ensuring their consistent implementation among local officials and businesses in the capital’s four main districts. The Vientiane Administration in cooperation with the Ministry of Public Works and Transport held the “Regulatory Reforms for Obtaining Construction Permits’ workshop on Friday Continue Reading

Ministry charts path for Investment Reform Map

The Investment Reform Map (IRM) is an important mechanism for the development of investment policies to attract foreign direct investment (FDI) and can assist countries that want to develop and attract investment. Speaking last week at the opening ceremony of a consultation workshop on a draft report by the Ministry of Planning and Investment on Continue Reading

ຫຼຸດຜ່ອນຂັ້ນຕອນການຂໍອະນຸຍາດປຸກສ້າງໃຫ້ງ່າຍຂຶ້ນຊ່ວຍປັບປຸງການດຳເນີນທຸລະກິດ

ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດປະຊຸມເຜີຍແຜ່ການປັບປຸງທາງດ້ານລະບຽບການກ່ຽວກັບການຂໍອະນຸຍາດປຸກສ້າງ ຮ່ວມກັບພາກເອກະຊົນສະໜັບສະໜູນໂດຍ ອົງການການເງິນສາກົນ ເປັນປະທານຮ່ວມຂອງ ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວເປັນສ່ວນໜຶ່ງທີ່ສໍາຄັນ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ແລະ ຖືເປັນໂອກາດອັນດີໃນການຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມກັບພາກລັດໃນການຮຽນຮູ້ ແລະ ທໍາຄວາມເຂົ້າໃນ ກ່ຽວກັບຕົວຊີ້ວັດການຂໍອະນຸຍາດປຸກສ້າງເພື່ອຊ່ວຍປັບປຸງສະພາບແວດລ້ອມທຸລະກິດໃຫ້ມີຄວາມສະດວກ ທັງເປັນ ໂອກາດອັນດີສໍາລັບໃຫ້ພາກສ່ວນທີ່ໃຫ້ການອະນຸມັດປຸກສ້າງ ແລະ ພາກສ່ວນທີ່ອື່ນໆທີ່ກ່ຽວຂ້ອງໄດ້ເຂົ້າໃຈເຖິງ ບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນຂະບວນການຂໍອະນຸຍາດປຸກສ້າງ ເຊິ່ງພາກທຸລະກິດໄດ້ທໍາຄວາມເຂົ້າໃຈ ຕໍ່ກັບລະບຽບການ ແລະ ຂະບວນການຂໍອະນຸມັດ. ການປັບປຸງທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ແມ່ນຜົນຂອງການປັບປຸງເອກະສານປະກອບຂໍອະນຸຍາດໃຫ້ງ່າຍດາຍຂຶ້ນ Continue Reading

ນິຕິກໍາເຫລົ່ານີ້ຕ້ອງໄດ້ຮັບການປັບປຸງຢ່າງຮີບດວນ

ເພື່ອເຮັດໃຫ້ການດໍາເນີນທຸລະກິດຢູ່ ສປປ ລາວ ມີຄວາມສະດວກງ່າຍດາຍຂື້ນ, ໃນວັນທີ 27 ກຸມພາ 2019, ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມປຶກສາຫາລືເພື່ອປັບປຸງນິຕິກໍາ ແລະ ລະບຽບການຕ່າງໆທີ່ຕິດພັນກັບຕົວຊີ້ວັດທີ 5: ການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ 6: ການປົກປ້ອງຜູ້ລົງທຶນລາຍຍ່ອຍ. ຊຶ່ງກົດຫມາຍທີ່ເຫັນວ່າຈໍາເປັນຕ້ອງໄດ້ປັບປຸງບາງເນື້ອໃນມີຄື: ✅ ກົດຫມາຍວ່າດ້ວຍວິສາຫະກິດ ✅ ກົດຫມາຍວ່າດ້ວຍການດໍາເນີນຄະດີແພ່ງ ✅ ກົດຫມາຍວ່າດ້ວຍຄ່າທໍານຽມສານ ✅ ກົດຫມາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ✅ ກົດຫມາຍວ່າດ້ວຍການຄ້ໍາປະກັນການປະຕິບັດສັນຍາ ✅ ປະມວນກົດຫມາຍແພ່ງ

ກອງປະຊຸມຜ່ານແຜນປະຕິບັດງານ (Action Plan)

ກະຊວງແຜນການ ແລະ ການລົງທຶນໃນນາມເປັນຈຸດໃຈກາງໃນການປະສານງານກ່ຽວກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຈັດກອງປະຊຸມຜ່ານແຜນປະຕິບັດງານ (Action Plan) ເພື່ອສຶບຕໍ່ຄົ້ນຄວ້າລົງເລິກ ໃນການຕັດຂອດຂັ້ນ, ເວລາ ແລະ ການປັບປຸງນິຕິກໍາຕ່າງ ໃຫ້ມີຄວາມຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນຮູບປະທໍາຂື້ນກວ່າເກົ່າ ເພື່ອປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ ສປປ ລາວ