Close

ກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ

ໃນລະຫວ່າງ ວັນທີ 16-18 ທັນວາ 2020 ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບ ການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ຊຶ່ງປະກອບມີຄະນະຮັບຜິດຊອບ ແລະ ພາກສ່ວນອື່ນເຊັ່ນ: ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ຜູ້ພິພາກສາຈາກສານປະຊາຊົນພາກກາງ, ຜູ້ພິພາກສາຈາກສານປະຊາຊົນນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກກະຊວງ ຍຸຕິທຳ ແລະ ຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ.

ໃຫ້ກຽດການເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວເປີດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ຈຸດປະສົງຂອງກອງປະຊຸມແມ່ນ ສືບຕໍ່ຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມເພື່ອກະກຽມ ແລະ ສ້າງຄວາມພ້ອມ ທັງໃນດ້ານລະບຽບກົດໝາຍ ແລະ ນິຕິກຳຕ່າງໆ ທີ່ຈະເປັນເຄື່ອງມືໃຫ້ ແກ່ຜູ້ພິພາກສາ ໃນການພິຈາລະນາຄະດີທີ່ຈະເກີດຂື້ນ ແລະ ທັງເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ບຸກຄະລາກອນ ເພື່ອເຮັດໃຫ້ການພິຈາລະນາຄະດີຖືກຕ້ອງຕາມຄວາມເປັນຈິງ ແລະ ສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງ ປະເທດ.

ຍ້ອນເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ກຸ່ມທະນາຄານໂລກ ຈຶ່ງກຳນົດກົດໝາຍວ່າດ້ວຍ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ເປັນຕົວຊີ້ວັດໜຶ່ງໃນການອຳນວຍຄວາມສະດວກໃຫ້ແກ່ການການດຳເນີນທຸລະກິດ, ນາຍົກລັດຖະມົນຕີຈຶ່ງອອກຄຳສັ່ງສະບັບເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຊຶ່ງມອບໃຫ້ກະຊວງຍຸຕິທຳ ເປັນເຈົ້າການໃນການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ທີ່ປະກອບດ້ວຍຫຼາຍພາກສ່ວນ ໃນນັ້ນກໍມີສານປະຊາຊົນສູງສຸດ ຊຶ່ງຮັບຜິດຊອບໃນການສ້າງຮ່າງແບບພີມທີ່ຕິດພັນກັບ ກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງ ວິສາຫະກິດ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະ        ກິດ-ສັງຄົມ ແລະ ສະພາບຄວາມເປັນຈິງຂອງປະເທດ, ເປັນເຄື່ອງມືໃນການຊຸກຍູ້, ສົ່ງເສີມ ແລະ ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ຜູ້ດຳເນີນທຸລະກິດ ຫຼື ໜ່ວຍວິສາຫະກິດ ຫັນມາໃຊ້ຂະບວນການຟື້ນຟູ ແລະ ລົ້ມລະລາຍ ເພື່ອແກ້ໄຂບັນຫາທາງດ້ານການເງິນ ພ້ອມທັງສ້າງຄວາມໝັ້ນຄົງໃຫ້ແກ່ລະບອບເສດຖະກິດ ຂອງ ສປປ ລາວ.

ໃນກອງປະຊຸມດັ່ງກ່າວແມ່ນໃຊ້ເວລາ 03 ມື້ເຕັມໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄຳເຫັນຢ່າງກົງໄປກົງມາ, ໄດ້ມີການຕັ້ງຄໍາຖາມຢ່າງກົງໄປກົງມາເພື່ອໃຫ້ ເຂົ້າໃຈຢ່າງເລິກເຊິ່ງ, ຊອກເຫັນດ້ານດີ ແລະ ດ້ານອ່ອນ ສິ່ງທີ່ທ້າທາຍ ແລະ ວິທີແກ້ໄຂ ເພື່ອໃຫ້ໄດ້ຫົວຂໍ້ ແລະ ເນື້ອໃນທີ່ຄົບຖ້ວນ. ໃນຕອນທ້າຍຂອງກອງປະຊຸມ  ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບ ແລະ ຜູ້ເຂົ້າຮ່ວມໃນການຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມຂອງສານ ສືບຕໍ່, ຕິດຕາມ, ຊຸກຍູ້, ປຸກລະດົມ, ຈັດຕັ້ງຜັນຂະຫຍາຍເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດປະກາດໃຊ້ໃນໄວໆນີ້.

ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນໂດຍໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງ ສປປ ລາວ (Lao Competitiveness and Trade Project-LCTP) ທີ່ໃຫ້ທຶນໂດຍ ທະນາຄານໂລກ, ລັດຖະບານ ອົດສະຕາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມລິກາ ຊຶ່ງມີເປົ້າໝາຍຫຼັກການ ເພື່ອຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍໃຫ້ການຊ່ວຍເຫຼືອດ້ານວິຊາ ການ ແລະ ງົບປະມານ ເພື່ອປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າຂາຍ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງໜ່ວຍທຸລະກິດ.