Close

ປະຕິຮູບບັນດາລະບຽບການໃນການດຳເນີນທຸລະກິດ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບຫນ້າ ໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນ 10 ຕົວຊີ້ວັດກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ທີ່ທາງທະນາຄານໂລກວາງອອກ ຈັດກອງປະຊຸມສຶກສາ ແລະ ປະຕິຮູບບັນດາລະບຽບການໃນການດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ ແລະ ແລກປ່ຽນບົດຮຽນກັບປະເທດມາເລເຊຍໃນການປັບປຸງຄວາມສະດວກໃນການ ດຳເນີນທຸລະກິດ ຂຶ້ນ ວັນທີ 10 ຕຸລາ ຜ່ານມາ ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີ ທ່ານ ນິກໂກລາ ປອນຕາຣາ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳລາວ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າ ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຸພັນ ແກ້ວມີໄຊ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ໃນ 1 ປີຜ່ານມາ ເຫັນວ່າຫລາຍຂະແໜງການໄດ້ເອົາໃຈໃສ່ໃນການປັບປຸງ ບັນດາລະບຽບການ ແລະ ນິຕິກຳຕ່າງໆ ເພື່ອປັງປຸງຕົວຊີ້ວັດຂອງຕົນໃຫ້ດີຂຶ້ນ ກະຊວງໄດ້ສັງລວມເອົາການປັບປຸງເຫຼົ່ານັ້ນ ແລະ ໄດ້ລາຍງານໃຫ້ກຸ່ມທະນາຄານໂລກເພື່ອປະກອບເປັນຂໍ້ມູນໃນການປະເມີນສຳລັບບົດລາຍງານປີ 2020 ເປັນທີ່ຮຽບຮ້ອຍ ໃນນັ້ນ ເນື້ອໃນທີ່ໄດ້ລາຍງານໄປມີ 2 ເນື້ອໃນຄື: ລາຍງານການປັບປຸງ (Data Update) 14 ລາຍການ ແລະ ລາຍງານການແກ້ໄຂຂໍ້ມູນ (Data correction) 10 ລາຍການ ເຊັ່ນ: ຕົວຊີ້ວັດການເລີ່ມຕົ້ນທຸລະກິດ ການຂໍອະນຸຍາດປຸກສ້າງ ການຕິດຕັ້ງໄຟຟ້າ ນອກນີ້ ຍັງມີຕົວຊີ້ວັດ ການຈົດທະບຽນຊັບສິນການປົກປ້ອງຜູ້ລົງທຶນລາຍຍ່ອຍ ແລະ ຕົວຊີ້ວັດການຄ້າລະຫວ່າງປະເທດ ເຊິ່ງການລາຍງານນີ້ ເປັນເທື່ອທຳອິດ ຈາກ ພາກລັດເຮົາ ຜ່ານມາມີພຽງທະນາຄານໂລກປະຈຳພາກພື້ນເປັນຜູ້ລາຍງານເຖິງວ່າ ລາວເຮົາໄດ້ລາຍງານຕໍ່ກຸ່ມທະນາຄານໂລກ ຕໍ່ການປັບປຸງຂ້າງເທິງນັ້ນ ແຕ່ວ່າຄວາມສະດວກໃນການດຳເນີນທຸລະກິດຂອງລາວໃນບົດລາຍງານປີ 2020 ທີ່ຈະຖຶກເຜີຍແຜ່ໃນວັນທີ 31 ຕຸລາ 2019 ອາດຈະບໍ່ສາມາດບັນລຸໄດ້ສອງຕົວເລກທີ່ລະດັບຄາດໝາຍວາງໄວ້ ເນື່ອງຈາກນິຕິກຳທີ່ໄດ້ສ້າງ ຫຼືປັບປຸງໃໝ່ນັ້ນ ປັດຈຸບັນຍັງບໍ່ທັນຖຶກຈັດຕັ້ງປະຕິບັດຢ່າງຈິງຈັງ ທະນາຄານໂລກຈະບໍ່ນັບເຂົ້າໃນການປະເມີນຂອງບົດລາຍງານປີ 2020 ແຕ່ອາດຈະນັບເຂົ້າໃນການປະເມີນຂອງບົດລາຍງານປີ 2121 ມີບາງຕົວຊີ້ວັດໄດ້ສ້າງ ແລະ ປັບປຸງບາງຕິນິກຳທີ່ຕິດພັນກັບຂະແໜງການຕົນ ການໂຄສະນາເຜີຍແຜ່ນິຕິກຳ ແລະ ລະບຽບການໃນພາກສ່ວນກ່ຽວຂ້ອງ ຂອງພາກລັດ ແລະ ເອກະຊົນຍັງຈຳກັດ ແລະ ການເຝິກອົບຮົມບຸຄະລະກອນຍັງເຮັດບໍ່ໄດ້ດີ ສົ່ງຜົນກະທົບ ໃຫ້ການຈັດຕັ້ງປະຕິບັດບໍ່ມີປະສິດທິພາບເທົ່າທີ່ຄວນ.

ປະເທດມາເລເຊຍ ແມ່ນ ປະເທດໜຶ່ງທີ່ມີການຫລຸດອັນດັບແບບກ້າວກະໂດດ ໃນບົດລາຍງານປີ 2019 ປະເທດມາເລເຊຍ ຖຶກຈັດຢູ່ໃນອັນດັບທີ 15 ຫລຸດລົງ 9 ອັນດັບ ຈາກອັນດັບທີ 24 ໃນປີ 2018 ເປັນອັນດັບທີ 2 ໃນເອຊຽນ ຮອງຈາກປະເທດສິງກະໂປ ປີ 2019 ເຂົາເຈົ້າໄດ້ສຳເລັດການປັບປຸງ 6 ດ້ານໃນທັງໝົດ 10 ຕົວຊີ້ວັດ ເຊັ່ນ: ຕົວຊີ້ວັດການເລີ່ມຕົ້ນທຸລະກິດ, ການຂໍອະນຸຍາດປຸກສ້າງ, ການຂໍອະນຸຍາດຕິດຕັ້ງໄຟຟ້າ ໄດ້ລົບລ້າງຂັ້ນຕອນການລົງກວດກາພາກສະໜາມ ສຳລັບຜູ້ຂໍຊົບໃຊ້ໄຟຟ້າໃໝ່ ແລະ ອື່ນໆ.

ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີປະສົບການ ແລະ ແລກປ່ຽນບົດຮຽນກັບປະເທດມາເລເຊຍ ກ່ຽວກັບປັດໃຈ ແລະ ກົນໄກດ້ານສະຖາບັນທີກໍ່ໃຫ້ເກີດຜົນສຳເລັດ ໃນການປັບປຸງ ເພື່ອນຳເອົາບົດຮຽນທີ່ໄດ້ ຈາກກອງປະຊຸມມາກວດຄືນຮ່າງແຜນດຳເນີນງານ (Action Plan) ທີ່ຂະແໜງການໄດ້ສົ່ງມາແລ້ວນັ້ນວ່າມີຫຍັງທີ່ເຫັນວ່າຕ້ອງປັບປຸງຕື່ມອີກ ຈາກນັ້ນພວກເຮົາຈະໄດ້ສັ່ງລວມ ແລະ ສົ່ງໃຫ້ການນຳແຕ່ລະກະຊວງພິຈາລະນາຮັບຮອງ ແລ້ວລາຍງານທ່ານນາຍົກໃນຂັ້ນຕໍ່ໄປ.

ແຫລ່ງຂ່າວ: ໜັງສືພີມວຽງຈັນໃໝ່, ສະບັບວັນທີ 17 ຕຸລາ, 2019