ການປົກປ້ອງຜູ້ລົງທຶນລາຍຍ່ອຍ

ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ສຳເລັດການສ້າງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງກັບການປົກປ້ອງ ຜູ້ລົງທຶນລາຍຍ່ອຍໃນຂົງເຂດວຽກງານຫຼັກຊັບເຊັ່ນ: ສ້າງຄຳແນະນຳກ່ຽວກັບການຄຸ້ມຄອງບໍລິຫານສຳລັບ ບໍລິສັດຈົດທະບຽນ, ປັບປຸງລະບຽບວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ, ປັບປຸງຂໍ້ຕົກລົງວ່າດ້ວຍສະ ພາບໍລິຫານຂອງບໍລິສັດຈົດທະບຽນ, ປັບປຸງຄໍາແນະນໍາວ່າດ້ວຍການຈັດກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດ ຈົດທະບຽນ ແລະ ຢູ່ໃນຂັ້ນຕອນປັບປຸງກົດໝາຍວ່າດ້ວຍຫຼັກຊັບ ໃຫ້ໄດ້ຮັບການຮັບຮອງພາຍໃນປີ 2019.

ນິຕິກຳທີ່ມີຜົນບັງຄັບໃຊ້ໃນປະຈຸບັນທີ່ກ່ຽວຂ້ອງກັບການປົກປ້ອງຜູ້ລົງທຶນລາຍຍ່ອຍໃນບໍລິສັດຈົດທະບຽນ ລວມມີ:

6.1

ກົດໝາຍວ່າດ້ວຍຫຼັກຊັບ ເລກທີ 21/ສພຊ ລົງວັນທີ 10 ທັນວາ 2012

6.2

ຂໍ້ຕົກລົງວ່າດ້ວຍລາຍການທີ່ກ່ຽວພັນ ເລກທີ 0023/ຄຄຊ, ລົງວັນທີ 26 ຕຸລາ 2016

6.3

ຂໍ້ຕົກລົງວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ ເລກທີ 04/ຄຄຊ, ລົງວັນທີ 28 ມັງກອນ 2019

6.4

ຂໍ້ຕົກລົງວ່າດ້ວຍສະພາບໍລິຫານ ເລກທີ 10/ຄຄຊ, ລົງວັນທີ 26 ເມສາ 2019

6.5

ຄຳແນະນຳວ່າດ້ວຍການຈັດກອງປະຊຸມຜູ້ຖືຮຸ້ນ ເລກທີ 0001/ຄຄຊ ລົງວັນທີ 30 ເມສາ 2019

6.6

ຄໍາແນະນໍາວ່າດ້ວຍການຄຸ້ມຄອງບໍລິຫານ ສະບັບລົງວັນທີ 24 ເມສາ 2019

ນິຕິກໍາທີ່ກ່ຽວຂ້ອງສາມາດຊອກໄດ້ທີ່: www.lsc.gov.la