Close

ບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຮ່າງ​ບົດ​ລາຍ​ງານ​ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ​ຢູ່ ສ​ປ​ປ ລາວ (Investment Reform Map “IRM” Report) ຈັດ​ຂຶ້ນ​ວັນ​ທີ 16 ພຶດ​ສະ​ພາ 2019 ທີ່​ໂຮງ​ແຮມ​ແລນ​ມາກ ໂດຍ​ເປັນ​ປະ​ທານ​ຂອງ ​ທ່ານນາງ ຄຳ​ຈັນ ວົງ​ແສງ​ບູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (ຜ​ທ) ມີ​ບັນ​ດາ​ກົມ​ ພະ​ແນກ​ການ ວິ​ຊາ​ການ ຊ່ຽວ​ຊານ​ອາ​ວຸ​ໂສພາກ​ເອ​ກະ​ຊົນ ຊ່ຽວ​ຊານ​ນະ​ໂຍ​ບາຍ​ການ​ລົງ​ທຶນກຸ່ມ​ທະ​ນາ​ຄານ​ໂລກ (WB) ແລະ ພາກ​ສ່ວ​ນ​ກ່ຽວ​ຂ້ອງ​ເຂົ້າ ຮ່ວມ.

ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ສົ່ງ​ເສີມ​ການ​ລົງ​ທຶນ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ສຶກ​ສາ​ຈາກ​ກຸ່ມ WB ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ (IRM) ແມ່ນ​ກົນ​ໄກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື ເພື່ອ​ພັດ​ທະ​ນາ​ນະ​ໂຍ​ບາຍ​ການ​ລົງ​ທຶນ ທີ່​ຈຳ​ເປັນ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ສາ​ມາດ​ຊ່ວຍ​ໃຫ້​ປະ​ເທດ​ທີ່​ຕ້ອງ​ການ​ພັດ​ທະ​ນາ ແລະ ດຶງ​ດູດ​ການ​ລົງ​ທຶນ ສະ​ໜັບ​ສະ​ໜູນ​ກະ​ຊວງ ຜ​ທ ແລະ ລັດ​ຖະ​ບານ​ລາວ ເພື່ອ​ຊີ້​ແຈງ​ສະ​ພາບ​ທ່າ​ແຮງ ເສດ​ຖະ​ກິດ​ປັດ​ຈຸ​ບັນ​ທີ່​ເຊື່ອມໂຍງ​ກັບ ເສດ​ຖະ​ກິດ​ໂລກ ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ ສາ​ມາດ​ສະ​ແດງ​ບົດ​ບາດ​ຂອງ​ການ​ລົງທຶນ​ໂດຍ​ກົງ ຂອງ​ຕ່າງ​ປະ​ເທດ​ໃນ ສ​ປ​ປ ລາວ ທ່າ​ອ່ຽງ​ປະ​ເພດ ແລະ ຄວາມ​ບົກ​ຜ່ອງ​ຂອງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ ການ​ວິ​ເຄາະ​ດ້ານ​ລະ​ບຽບ​ການ​ກົດ​ໝາຍ​ສະ​ຖາ​ບັນ ແລະ​ນະ​ໂຍ​ບາຍ​ການ​ສົ່ງ​ເສີມ​ການ​ລົງ​ທຶນ ສາ​ມາດ​ສັງ​ລວມ​ເປັນ​ບົ​ດ​ລາຍ​ງານ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ ເພື່ອ​ຊ່ວຍ​ໃຫ້​ການ​ພິ​ຈາ​ລະ​ນາ​ມີ​ການ​ປັບ​ປຸງ​ແຜນ​ຍຸດ​ທະ​ສາດ ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ລາວ​ໃນ​ຕໍ່​ຫນ້າ.

ໄລ​ຍະ​ຜ່ານ​ມາ ສ​ປ​ປ ລາວ ຍັງ​ບໍ່​ໄດ້​ມີ​ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ​ຢ່າງ​ຈະ​ແຈ້ງ ແລະ ມີ​ແບບ​ແຜນ ແຜນ​ການ​ປັບ​ປຸງ​ການ​ລົງ​ທຶນ ອາດ​ຊ່ວຍ​ໃຫ້​ເພີ່ມ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ສ້າງ​ຄວາມ​ເຊື່ອ​ໝັ້ນ ໂດຍ​ອາ​ໄສ​ຂໍ້​ມູນ​ດ້ານ​ຕົວ​ຊີ້​ວັດ ໃນ​ການ​ສົ່ງ​ເສີມ​ບັນ​ຍາ​ກາດ​ໃນ​ການ​ເຮັດ​ທຸ​ລະ​ກິດ ເຊັ່ນ: ການ​ອຳ​ນວຍ​ຄວາມ​ສະ​ດວກ ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ ເຊິ່ງ​ແມ່ນ​ຄຳ​ສັ່ງ​ເລກ​ທີ 02/ນຍ ຄ​ວາມ​ກະ​ຈ່າງ​ແຈ້ງ​ດ້ານ​ນິ​ຕິ​ກຳ ທີ່​ຕິດ​ພັນ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ ຂໍ້​ມູນ​ຂ່າວ​ສານ​ດ້ານ​ເສ​ດ​ຖະ​ກິດ ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໂຄງ​ລ່າງ​ພື້ນ​ຖານ ໄຟ​ຟ້າ ນ້ຳ​ປະ​ປາ ລະ​ບົບ​ສາ​ທາ​ລະ​ນຸ​ປະ​ໂພກ ສ​ະ​ຖາ​ບັນ​ການ​ເງິນ – ​ທະ​ນາ​ຄານ ສິດ​ນຳ​ໃຊ້​ທີິ່​ດິນ ໄລ​ຍະ​ເວ​ລາ​ການ​ລົງ​ທຶນ ແລະ ຂັ້ນ​ຕອນ​ການ​ດຳ​ເນີນ​ງານ ເວ​ລາ ຄ່າ​ໃຊ້​ຈ່າຍ​ຕ່າງໆ ຕ້ອງ​ມີ​ລະ​ບຽບ​ການ​ລົງ​ທຶນ​ເປັນ​ເອ​ກະ​ພາບ.

ໜັງ​ສື​ພີມ​ວຽງ​ຈັນໃຫມ່, ສະ​ບັບ​ວັນ​ທີ 17 ພຶດ​ສະ​ພາ 2019