Close

ນິຕິກໍາເຫລົ່ານີ້ຕ້ອງໄດ້ຮັບການປັບປຸງຢ່າງຮີບດວນ

ເພື່ອເຮັດໃຫ້ການດໍາເນີນທຸລະກິດຢູ່ ສປປ ລາວ ມີຄວາມສະດວກງ່າຍດາຍຂື້ນ, ໃນວັນທີ 27 ກຸມພາ 2019, ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມປຶກສາຫາລືເພື່ອປັບປຸງນິຕິກໍາ ແລະ ລະບຽບການຕ່າງໆທີ່ຕິດພັນກັບຕົວຊີ້ວັດທີ 5: ການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ 6: ການປົກປ້ອງຜູ້ລົງທຶນລາຍຍ່ອຍ. ຊຶ່ງກົດຫມາຍທີ່ເຫັນວ່າຈໍາເປັນຕ້ອງໄດ້ປັບປຸງບາງເນື້ອໃນມີຄື:

 ກົດຫມາຍວ່າດ້ວຍວິສາຫະກິດ
 ກົດຫມາຍວ່າດ້ວຍການດໍາເນີນຄະດີແພ່ງ
 ກົດຫມາຍວ່າດ້ວຍຄ່າທໍານຽມສານ
 ກົດຫມາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ
 ກົດຫມາຍວ່າດ້ວຍການຄ້ໍາປະກັນການປະຕິບັດສັນຍາ
 ປະມວນກົດຫມາຍແພ່ງ