Close

ຫຼຸດຜ່ອນຂັ້ນຕອນການຂໍອະນຸຍາດປຸກສ້າງໃຫ້ງ່າຍຂຶ້ນຊ່ວຍປັບປຸງການດຳເນີນທຸລະກິດ

ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດປະຊຸມເຜີຍແຜ່ການປັບປຸງທາງດ້ານລະບຽບການກ່ຽວກັບການຂໍອະນຸຍາດປຸກສ້າງ ຮ່ວມກັບພາກເອກະຊົນສະໜັບສະໜູນໂດຍ ອົງການການເງິນສາກົນ ເປັນປະທານຮ່ວມຂອງ ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວເປັນສ່ວນໜຶ່ງທີ່ສໍາຄັນ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ແລະ ຖືເປັນໂອກາດອັນດີໃນການຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມກັບພາກລັດໃນການຮຽນຮູ້ ແລະ ທໍາຄວາມເຂົ້າໃນ ກ່ຽວກັບຕົວຊີ້ວັດການຂໍອະນຸຍາດປຸກສ້າງເພື່ອຊ່ວຍປັບປຸງສະພາບແວດລ້ອມທຸລະກິດໃຫ້ມີຄວາມສະດວກ ທັງເປັນ ໂອກາດອັນດີສໍາລັບໃຫ້ພາກສ່ວນທີ່ໃຫ້ການອະນຸມັດປຸກສ້າງ ແລະ ພາກສ່ວນທີ່ອື່ນໆທີ່ກ່ຽວຂ້ອງໄດ້ເຂົ້າໃຈເຖິງ ບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນຂະບວນການຂໍອະນຸຍາດປຸກສ້າງ ເຊິ່ງພາກທຸລະກິດໄດ້ທໍາຄວາມເຂົ້າໃຈ ຕໍ່ກັບລະບຽບການ ແລະ ຂະບວນການຂໍອະນຸມັດ.

ການປັບປຸງທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ແມ່ນຜົນຂອງການປັບປຸງເອກະສານປະກອບຂໍອະນຸຍາດໃຫ້ງ່າຍດາຍຂຶ້ນ ຫຼຸດຜ່ອນທາງດ້ານເວລາຈາກ 83 ມື້ ມາເປັນ 30 ມື້ເພີ່ມການເຂົ້າເຖິງຂໍ້ມູນຂ່າວສານ ແລະ ແນະນໍາການຈັດຕັ້ງປະຕິບັດ ໃຫ້ເປັນເອກະພາບກັນ ສໍາລັບການກວດກາຫຼັງສໍາເລັດການປຸກສ້າງທັງເພື່ອເປັນການສະໜັບສະໜູນ ໃຫ້ແກ່ພາກທຸລະ ກິດ.