Close

ຂ່າວສານ

  • Home
  •  / 
  • ຂ່າວສານ

ກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022Auto Draft

ໃນວັນທີ 15 ກຸມພາ 2021, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022 ທີ່ຕິດພັນກັບວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ ໂດຍການເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ, ຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ​ ແລະ ມີຜູ້ເຂົ້າຮ່ວມຈາກຂະແໜງການຮັບຜິດຊອບປັບປຸງຕົວຊີ້ວັດ, ຄູ່ຮ່ວມພັດທະນາສາກົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງການຂັ້ນນະຄອນຫຼວງ. ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ແມ່ນເພື່ອຄົ້ນຄວ້າ ແລະ ຈັດລຽງບຸລິມະສິດບັນດາກິດຈະກໍາໃນແຜນດໍາເນີນງານຄືນໃໝ່     ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃຫ້ສາມາດປັບປຸງຄະແນນ ແລະ ອັນດັບລວມ ຂອງ ສປປ ລາວ ໃນບົດລາຍງານປີ 2022. ອີງຕາມໜັງສືແຈ້ງຕອບ ລົງວັນທີ 17 Continue Reading

ກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ

ໃນລະຫວ່າງ ວັນທີ 16-18 ທັນວາ 2020 ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າ ດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ ຕາມຄຳສັ່ງເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018 ຂອງນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງບັນດາລະບຽບ ການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ. ຊຶ່ງປະກອບມີຄະນະຮັບຜິດຊອບ ແລະ ພາກສ່ວນອື່ນເຊັ່ນ: ຜູ້ພິພາກສາຈາກສານປະຊາຊົນສູງສຸດ, ຜູ້ພິພາກສາຈາກສານປະຊາຊົນພາກກາງ, ຜູ້ພິພາກສາຈາກສານປະຊາຊົນນະຄອນຫຼວງວຽງຈັນ, ຜູ້ຕາງໜ້າຈາກກະຊວງ ຍຸຕິທຳ ແລະ ຜູ້ຕາງໜ້າຈາກກະຊວງ ແຜນການ ແລະ ການລົງທຶນ. ໃຫ້ກຽດການເປັນປະທານໂດຍ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ໄດ້ກ່າວເປີດກອງປະຊຸມຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມ ແລະ ຈຳນວນແບບພີມຂອງສານ ທີ່ຕິດພັນກັບກົດໝາຍວ່າດ້ວຍການຟື້ນຟູ ແລະ ການລົ້ມລະລາຍຂອງວິສາຫະກິດ, ຈຸດປະສົງຂອງກອງປະຊຸມແມ່ນ ສືບຕໍ່ຄົ້ນຄວ້າເນື້ອໃນໃສ່ຮ່າງແບບພີມເພື່ອກະກຽມ ແລະ ສ້າງຄວາມພ້ອມ ທັງໃນດ້ານລະບຽບກົດໝາຍ Continue Reading

ການຈັດຕັ້ງປະຕິບັດການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ຕາມຄໍາສັງເລກທີ 02/ນຍ

ວັນທີ 12 ພະຈິກ 2020, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ຄໍາສັງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ, ກົນໄກປະສານງານ ໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ແຜນດໍາເນີນງານ 2020-2022 ທີ່ຕິດພັນກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການ ດຳເນີນທຸລະກິດ ຢູ່ ສປປ ລາວ ຢູ່ເມືອງປາກເຊ ແຂວງຈໍາປາສັກ. ໃຫ້ກຽດເປັນປະທານ ໂດຍ ທ່ານ ປອ. ພອນໄຊ ວິໄລສັກ, ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ ​ກ່າວເປີດກອງ​ປະ​ຊຸມ​. ຈຸດ​ປະ​ສົງ​ ຂອງກອງ​ປະ​ຊຸມ​ແມ່ນເຜີຍແຜ່ຄວາມຄືບໜ້າໃຫ້ແກ່ພາກທຸລະກິດ ແລະ ຂະແໜງທີ່ກ່ຽວຂ້ອງຂັ້ນແຂວງ ກ່ຽວກັບການປັບປຸງນິຕິກໍາ, ລະບຽບການທີ່ໄດ້ປັບປຸງແລ້ວໃນໄລຍະ 1 ປີຜ່ານມາ ແລະ ແຜນດໍາເນີນງານ 2020-2022 ທີ່ບັນດາເຈົ້າກະຊວງໄດ້ຮັບຮອງແລ້ວ. ໃນໄລຍະທີ່ຜ່ານມາ Continue Reading

ບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ

ກອງ​ປະ​ຊຸມປຶກ​ສາ​ຫາ​ລື​ຮ່າງ​ບົດ​ລາຍ​ງານ​ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ​ຢູ່ ສ​ປ​ປ ລາວ (Investment Reform Map “IRM” Report) ຈັດ​ຂຶ້ນ​ວັນ​ທີ 16 ພຶດ​ສະ​ພາ 2019 ທີ່​ໂຮງ​ແຮມ​ແລນ​ມາກ ໂດຍ​ເປັນ​ປະ​ທານ​ຂອງ ​ທ່ານນາງ ຄຳ​ຈັນ ວົງ​ແສງ​ບູນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ (ຜ​ທ) ມີ​ບັນ​ດາ​ກົມ​ ພະ​ແນກ​ການ ວິ​ຊາ​ການ ຊ່ຽວ​ຊານ​ອາ​ວຸ​ໂສພາກ​ເອ​ກະ​ຊົນ ຊ່ຽວ​ຊານ​ນະ​ໂຍ​ບາຍ​ການ​ລົງ​ທຶນກຸ່ມ​ທະ​ນາ​ຄານ​ໂລກ (WB) ແລະ ພາກ​ສ່ວ​ນ​ກ່ຽວ​ຂ້ອງ​ເຂົ້າ ຮ່ວມ. ທ່ານ​ນາງ ຄຳ​ຈັນ ວົງ​ແສງ​ບູນ ກ່າວ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້ ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2 ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ສົ່ງ​ເສີມ​ການ​ລົງ​ທຶນ ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ດ້ານ​ການ​ສຶກ​ສາ​ຈາກ​ກຸ່ມ WB ແຜນ​ການ​ປະ​ຕິ​ຮູບ​ການ​ລົງ​ທຶນ (IRM) ແມ່ນ​ກົນ​ໄກ​ທີ່​ສຳ​ຄັນ​ສຳ​ລັບ​ການ​ປຶກ​ສາ​ຫາ​ລື ເພື່ອ​ພັດ​ທະ​ນາ​ນະ​ໂຍ​ບາຍ​ການ​ລົງ​ທຶນ ທີ່​ຈຳ​ເປັນ ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ ສາ​ມາດ​ຊ່ວຍ​ໃຫ້​ປະ​ເທດ​ທີ່​ຕ້ອງ​ການ​ພັດ​ທະ​ນາ ແລະ ດຶງ​ດູດ​ການ​ລົງ​ທຶນ ສະ​ໜັບ​ສະ​ໜູນ​ກະ​ຊວງ ຜ​ທ ແລະ Continue Reading

ປະຕິຮູບບັນດາລະບຽບການໃນການດຳເນີນທຸລະກິດ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງ ເພື່ອຕິດຕາມຄວາມຄືບຫນ້າ ໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນ 10 ຕົວຊີ້ວັດກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດ ທີ່ທາງທະນາຄານໂລກວາງອອກ ຈັດກອງປະຊຸມສຶກສາ ແລະ ປະຕິຮູບບັນດາລະບຽບການໃນການດຳເນີນທຸລະກິດ ຕາມຄຳສັ່ງເລກທີ 02/ນຍ ແລະ ແລກປ່ຽນບົດຮຽນກັບປະເທດມາເລເຊຍໃນການປັບປຸງຄວາມສະດວກໃນການ ດຳເນີນທຸລະກິດ ຂຶ້ນ ວັນທີ 10 ຕຸລາ ຜ່ານມາ ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີ ທ່ານ ນິກໂກລາ ປອນຕາຣາ ຫົວໜ້າຫ້ອງການ ທະນາຄານໂລກ ປະຈຳລາວ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າ ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸພັນ ແກ້ວມີໄຊ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ໃນ 1 ປີຜ່ານມາ ເຫັນວ່າຫລາຍຂະແໜງການໄດ້ເອົາໃຈໃສ່ໃນການປັບປຸງ Continue Reading

ລາວມີຄວາມຄືບຫນ້າໃນການປັບປຸງການຂໍອະນຸຍາດປຸກສ້າງ

ເພື່ອສ້າງຄວາມຮັບຮູ້ກ່ຽວກັບບັນດາລະບຽບ ແລະ ຂັ້ນຕອນໃນການຂໍອະນຸຍາດປຸກສ້າງໃໝ່ ແລະ ຮັບປະກັນ ການຈັດຕັ້ງປະຕິບັດໃຫ້ມີຄວາມສອດຄ່ອງ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບຫ້ອງວ່າການອົງການປົກຄອງນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ການປັບປຸງດ້ານລະບຽບການໃນການຄຸ້ມຄອງ ການປຸກສ້າງ (ສະບັບປັບປຸງ) ຂຶ້ນວັນທີ 7 ກຸມພາ 2020 ທີ່ໂຮງແຮມດອນຈັນພລາເລດ ເປັນປະທານ ຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ ຫົວຫນ້າພະແນກແຜນການແລະການລົງທຶນ ນະຄອນຫລວງ ທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທີການແລະຂົນສົ່ງ ມີ ທ່ານ ພົງສະຫວັນ ພົມກອງ ຫົວຫນ້າຫ້ອງການອົງການການເງິນສາກົນ ຫົວຫນ້າ ຮອງພະແນກການອ້ອມຂ້າງ ອຳນາດການປົກຄອງທ້ອງຖີ່ນ ຫົວຫນ່ວຍທຸລະກິດ ໃນ 4 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍ ອົງການ ການເງິນສາກົນ (IFC) ທີ່ເປັນສະມາຊິກຂອງກຸ່ມທະນາຄານໂລກ ແລະ ໃຫ້ທືນໂດຍລັດຖະບານຍີ່ປຸ່ນ. ກະຊວງໂຍທາທິການແລະຂົນສົ່ງ ສຶບຕໍ່ຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມ ດ້ານລະບຽບການຄຸ້ມຄອງ Continue Reading

ບົດລາຍງານແຜນການປະຕິຮູບການລົງທຶນຢູ່ລາວ

ກອງປະຊຸມປຶກສາຫາລືຮ່າງບົດລາຍງານແຜນການປະຕິຮູບການລົງທຶນຢູ່ ສປປ ລາວ (Investment Reform Map “IRM” Report) ຈັດຂຶ້ນວັນທີ 16 ພຶດສະພາ 2019 ທີ່ໂຮງແຮມແລນມາກ ໂດຍເປັນປະທານຂອງ ທ່ານນາງ ຄຳຈັນ ວົງແສງບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ (ຜທ) ມີບັນດາກົມ ພະແນກການ ວິຊາການ ຊ່ຽວຊານອາວຸໂສພາກເອກະຊົນ ຊ່ຽວຊານນະໂຍບາຍການລົງທຶນກຸ່ມທະນາຄານໂລກ (WB) ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທ່ານນາງ ຄຳຈັນ ວົງແສງບູນ ກ່າວວ່າ: ກອງປະຊຸມຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ 2 ເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມການລົງທຶນ ທັງພາຍໃນແລະຕ່າງປະເທດ ເຊິ່ງໄດ້ຮັບການຊ່ວຍເຫລືອດ້ານການສຶກສາຈາກກຸ່ມ WB ແຜນການປະຕິຮູບການລົງທຶນ (IRM) ແມ່ນກົນໄກທີ່ສຳຄັນສຳລັບການປຶກສາຫາລື ເພື່ອພັດທະນານະໂຍບາຍການລົງທຶນ ທີ່ຈຳເປັນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ ສາມາດຊ່ວຍໃຫ້ປະເທດທີ່ຕ້ອງການພັດທະນາ ແລະ ດຶງດູດການລົງທຶນ ສະໜັບສະໜູນກະຊວງ ຜທ ແລະ Continue Reading

ຫຼຸດຜ່ອນຂັ້ນຕອນການຂໍອະນຸຍາດປຸກສ້າງໃຫ້ງ່າຍຂຶ້ນຊ່ວຍປັບປຸງການດຳເນີນທຸລະກິດ

ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດປະຊຸມເຜີຍແຜ່ການປັບປຸງທາງດ້ານລະບຽບການກ່ຽວກັບການຂໍອະນຸຍາດປຸກສ້າງ ຮ່ວມກັບພາກເອກະຊົນສະໜັບສະໜູນໂດຍ ອົງການການເງິນສາກົນ ເປັນປະທານຮ່ວມຂອງ ທ່ານ ຄຳທະວີ ໄທພະຈັນ ຫົວໜ້າກົມເຄຫາຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມດັ່ງກ່າວເປັນສ່ວນໜຶ່ງທີ່ສໍາຄັນ ໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ແລະ ຖືເປັນໂອກາດອັນດີໃນການຊຸກຍູ້ໃຫ້ພາກເອກະຊົນມີສ່ວນຮ່ວມກັບພາກລັດໃນການຮຽນຮູ້ ແລະ ທໍາຄວາມເຂົ້າໃນ ກ່ຽວກັບຕົວຊີ້ວັດການຂໍອະນຸຍາດປຸກສ້າງເພື່ອຊ່ວຍປັບປຸງສະພາບແວດລ້ອມທຸລະກິດໃຫ້ມີຄວາມສະດວກ ທັງເປັນ ໂອກາດອັນດີສໍາລັບໃຫ້ພາກສ່ວນທີ່ໃຫ້ການອະນຸມັດປຸກສ້າງ ແລະ ພາກສ່ວນທີ່ອື່ນໆທີ່ກ່ຽວຂ້ອງໄດ້ເຂົ້າໃຈເຖິງ ບົດບາດຂອງຕົນໃນການປະກອບສ່ວນເຂົ້າໃນຂະບວນການຂໍອະນຸຍາດປຸກສ້າງ ເຊິ່ງພາກທຸລະກິດໄດ້ທໍາຄວາມເຂົ້າໃຈ ຕໍ່ກັບລະບຽບການ ແລະ ຂະບວນການຂໍອະນຸມັດ. ການປັບປຸງທີ່ນໍາສະເໜີໃນກອງປະຊຸມຄັ້ງນີ້ ແມ່ນຜົນຂອງການປັບປຸງເອກະສານປະກອບຂໍອະນຸຍາດໃຫ້ງ່າຍດາຍຂຶ້ນ Continue Reading

ນິຕິກໍາເຫລົ່ານີ້ຕ້ອງໄດ້ຮັບການປັບປຸງຢ່າງຮີບດວນ

ເພື່ອເຮັດໃຫ້ການດໍາເນີນທຸລະກິດຢູ່ ສປປ ລາວ ມີຄວາມສະດວກງ່າຍດາຍຂື້ນ, ໃນວັນທີ 27 ກຸມພາ 2019, ກະຊວງແຜນການ ແລະ ການລົງທຶນໄດ້ຈັດກອງປະຊຸມປຶກສາຫາລືເພື່ອປັບປຸງນິຕິກໍາ ແລະ ລະບຽບການຕ່າງໆທີ່ຕິດພັນກັບຕົວຊີ້ວັດທີ 5: ການເຂົ້າເຖິງສິນເຊື່ອ ແລະ ຕົວຊີ້ວັດທີ 6: ການປົກປ້ອງຜູ້ລົງທຶນລາຍຍ່ອຍ. ຊຶ່ງກົດຫມາຍທີ່ເຫັນວ່າຈໍາເປັນຕ້ອງໄດ້ປັບປຸງບາງເນື້ອໃນມີຄື: ✅ ກົດຫມາຍວ່າດ້ວຍວິສາຫະກິດ ✅ ກົດຫມາຍວ່າດ້ວຍການດໍາເນີນຄະດີແພ່ງ ✅ ກົດຫມາຍວ່າດ້ວຍຄ່າທໍານຽມສານ ✅ ກົດຫມາຍວ່າດ້ວຍການລົ້ມລະລາຍຂອງວິສາຫະກິດ ✅ ກົດຫມາຍວ່າດ້ວຍການຄ້ໍາປະກັນການປະຕິບັດສັນຍາ ✅ ປະມວນກົດຫມາຍແພ່ງ

ກອງປະຊຸມຜ່ານແຜນປະຕິບັດງານ (Action Plan)

ກະຊວງແຜນການ ແລະ ການລົງທຶນໃນນາມເປັນຈຸດໃຈກາງໃນການປະສານງານກ່ຽວກັບການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຈັດກອງປະຊຸມຜ່ານແຜນປະຕິບັດງານ (Action Plan) ເພື່ອສຶບຕໍ່ຄົ້ນຄວ້າລົງເລິກ ໃນການຕັດຂອດຂັ້ນ, ເວລາ ແລະ ການປັບປຸງນິຕິກໍາຕ່າງ ໃຫ້ມີຄວາມຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ເປັນຮູບປະທໍາຂື້ນກວ່າເກົ່າ ເພື່ອປັບປຸງສະພາບແວດລ້ອມໃນການດໍາເນີນທຸລະກິດຢູ່ ສປປ ລາວ