Close

ກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022Auto Draft

ໃນວັນທີ 15 ກຸມພາ 2021, ກົມສົ່ງເສີມການລົງທຶນ ກະຊວງ ແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຄໍາເຫັນຂອງກຸ່ມທະນາຄານໂລກຕໍ່ບົດລາຍງານການປັບປຸງ ( Updated Reform Memo) ແລະ ທົບທວນການຈັດຕັ້ງປະຕິບັດແຜນດໍາເນີນງານ 2020-2022 ທີ່ຕິດພັນກັບວຽກງານການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຕາມຄໍາສັ່ງເລກທີ 02/ນຍ ໂດຍການເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ, ຫົວໜ້າກົມສົ່ງເສີມການລົງທຶນ, ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ​ ແລະ ມີຜູ້ເຂົ້າຮ່ວມຈາກຂະແໜງການຮັບຜິດຊອບປັບປຸງຕົວຊີ້ວັດ, ຄູ່ຮ່ວມພັດທະນາສາກົນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໂດຍສະເພາະແມ່ນຂະແໜງການຂັ້ນນະຄອນຫຼວງ.

ຈຸດປະສົງ​ ຂອງກອງ​ປະ​ຊຸມ​ແມ່ນເພື່ອຄົ້ນຄວ້າ ແລະ ຈັດລຽງບຸລິມະສິດບັນດາກິດຈະກໍາໃນແຜນດໍາເນີນງານຄືນໃໝ່     ໂດຍເລັ່ງໃສ່ຈັດຕັ້ງປະຕິບັດແກ້ໄຂຂໍ້ຄົງຄ້າງໃຫ້ສາມາດປັບປຸງຄະແນນ ແລະ ອັນດັບລວມ ຂອງ ສປປ ລາວ ໃນບົດລາຍງານປີ 2022. ອີງຕາມໜັງສືແຈ້ງຕອບ ລົງວັນທີ 17 ທັນວາ 2020, ກຸ່ມທະນາຄານໂລກໄດ້ຮັບຮອງເອົາ  5 ການປັບປຸງ ຈາກທັງໝົດ 18 ລາຍການ ທີ່ ສປປ ລາວ ໄດ້ລາຍງານໄປ ຊຶ່ງການປັບປຸງດັ່ງກ່າວ ຄາດວ່າຈະຊ່ວຍຍົກອັນດັບລວມ ຂອງ ສປປ ລາວ ໃນ ບົດລາຍງານຄວາມສະດວກໃນການດໍາເນີນທຸລະກິດ (Ease of Doing Business) ປີ 2021 ໄດ້ດີຂຶ້ນພຽງເລັກນ້ອຍເທົ່ານັ້ນ.

ໃນໄລຍະຕົ້ນເດືອນມັງກອນ 2021 ທີ່ຜ່ານມາ, ກົມສົ່ງເສີມການລົງທຶນ, ກຜທ ໄດ້ຈັດກອງປະຊຸມປຶກສາຫາລືລະດັບວິຊາການຮ່ວມກັບຄະນະຮັບຜິດຊອບປັບປຸງຕົວຊີ້ວັດເປົ້າໝາຍ ທີ່ມີທ່າແຮງໃນການປັບປຸງຄະແນນໃນໄລຍະ 2 ປີຕໍ່ໜ້ານີ້ ເປັນຕົ້ນແມ່ນ           ຂະແໜງ ອຸດສາຫະກໍາ ແລະ ການຄ້າ, ຂະແໜງ ການເງິນ, ຂະແໜງ ໂຍທາທິການ ແລະ ຂົ່ນສົ່ງ ແລະ ຂະແໜງ ພະລັງງານ ແລະ ບໍ່ແຮ່ບປຸງບ will be provided  dedusiness in mentation of is ດ ນໍາເອົາບົກບັນທຶກດັ່ງກ່າວໄປຊະຈໍາປີ 2021 ເພື່ອສຸ່ມໃສ່ການປັບປຸງແຜນວຽກບຸລິມະສິດ ຂອງແຜນດໍາເນີນງານ 2021-2022 ແລະ ແກ້ໄຂບັນຫາຄົງຄ້າງ, ເພີ່ມການມີສ່ວນຮ່ວມຂອງພາກເອກກະຊົນ, ປັບປຸງການປະສານງານຂອງຄະນະສະເພາະກິດ, ການປະສານງານລະຫວ່າງຂະແໜງການ, ການເຜີຍແຜ່ ແລະ ຕິດຕາມ ການຈັດຕັ້ງປະຕິບັດລະບຽບການທີ່ໄດ້ຮັບການປັບປຸງໃໝ່.