Close

ກອງປະຊຸມ ປຶກສາຫາລືກ່ຽວກັບສະພາສະຖາປະນິກ

ຂ່າວດີ ສຳລັບວົງການກໍ່ສ້າງ!!! ກະຊວງໂຍທາທິການ ແລະ ຂົນສົ່ງ ໃນວັນສຸກແລ້ວນີ້ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການສ້າງຕັ້ງສະພາສະຖາປານິກ ແລະ ວິສາວະກອນໂຍທາລາວ ເຊິ່ງຈະສາມາດຮັບຮອງ ການປະກອບວິຊາຊີບ ໃຫ້ແກ່ນັກວິຊະວະກອນ ແລະ ນັກສະຖາປະນິກ ໂດຍອອກໃບອະນຸຍາດປະກອບອາຊີບ ໃຫ້ໄດ້ມາດຕະຖານສາກົນ. ການສ້າງຕັ້ງ ແລະຢັ້ງຢືນດ້ານວິຊາຊີບໃນຄັ້ງນີ້ ຈະຊ່ວຍໃນການປັບປຸງອັນດັບໃນບົດລາຍງານ ການດໍາເນີນທຸລະກິດຂອງທະນາຄານໂລກ ສຳລັບຕົວຊີ້ວັດການຂໍອະນຸຍາດປຸກສ້າງ ແລະ ມີຜົນດີຕໍ່ຂະແໜງການກໍ່ສ້າງໂດຍລວມ.